ໄຟໄໝ້ຫ້ອງແຖວ ເສຍຫາຍ 500 ລ້ານກວ່າກີບ

0
2815

” ໄຟໄໝ້ຫ້ອງແຖວ ເສຍຫາຍ 500 ລ້ານກວ່າກີບ ” ວັນທີ 10 ມັງກອນ 2022, ເກີດມີເຫດໄຟໄໝ້ ຢູ່ຫ້ອງແຖວ ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີຫ້ອງແຖວ 4 ຫ້ອງ ລວມມູນຄ່າເສຍຫາຍທັງໝົດ 500 ລ້ານກວ່າກີບ. ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ການເຂົ້າຄວບຄຸມເຫດໄຟໄໝຄັ້ງນີ້ ແມ່ນໃຊ້ລົດມອດໄຟ 3 ຄັນ ແລະ ໃຊ້ເວລາ 3 ຊົ່ວໂມງ ຈິ່ງສາມາດດັບມອດໄດ້ ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະ ສອບສວນຂອງເຈົ້າໜ້າທີ່.

ແຫຼ່ງຂ່າວ: ຂ່າວສານບ້ານເມືອງ-Khaosanbanmeuangnews

LEAVE A REPLY

Please enter your comment!
Please enter your name here