ລັດຖະ​ບານ​ຈະສູ້ຊົນເຮັດໃຫ້ GDP ເພີ່ມຂຶ້ນ 4,5% ໃນປີ 2022

0
1551

ຮ່າງດຳລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປີ 2022 ທີ່ໄດ້ຜ່ານໃນກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງ ຄັ້ງທີ II, ລັດຖະບານໄດ້ວາງຄາດໝາຍສູ້ຊົນວ່າ:

ຈະສູ້ຊົນໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) 2022 ໃຫ້ເພີ່ມຂຶ້ນຢ່າງໜ້ອຍຢູ່ໃນລະດັບ 4,5%, ມີມູນຄ່າຕາມລາຄາໃນປີ 192.145 ຕື້ ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 2.503 ໂດລາ. ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນເທົ່າກັບ 2.358 ໂດລາ, ໃນນີ້ ການຂະຫຍາຍຕົວ GDP ແຍກຕາມຂົງເຂດ-ຂະແໜງການ ມີຄື: ກະສິກໍາ ເພີ່ມຂຶ້ນ 2,7% ກວມເອົາ 16,7% ຂອງ GDP; ອຸດສະຫະກໍາ ເພີ່ມຂຶ້ນ 5,3% ກວມເອົາ 34,0% ຂອງ GDP; ການບໍລິການເພີ່ມຂຶ້ນ 4,5% ກວມເອົາ 38,9% ຂອງ GDP; ພາສີ-ອາກອນເພີ່ມຂຶ້ນ 4,0%, ກວມເອົາ 10,4% ຂອງ GDP.ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ໃນການຮັບປະກັນສະຖຽນລະພາບທາງດ້ານເງິນຕາ ແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ຢູ່ໃນລະດັບບໍ່ເກີນ 5%, ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ເໜັງຕີງໃນກອບເພີ່ມຂຶ້ນ ຫຼື ຫຼຸດລົງ ບໍ່ໃຫ້ເກີນ 5% ຕໍ່ປີ, ຮັບປະກັນຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າຢ່າງໜ້ອຍ 3 ເດືອນ, ຄວບຄຸມປະລິມານ M2 ໃຫ້ເພີ່ມຂຶ້ນຢູ່ໃນລະດັບບໍ່ເກີນ 22%; ຊຸກຍູ້ທະນາຄານທຸລະກິດລະດົມເງິນຝາກເພີ່ມຂຶ້ນ ເຮັດໃຫ້ຍອດເຫຼືອເງິນຝາກຢູ່ທົ່ວລະບົບທະນາຄານທຸລະກິດ ບັນລຸໄດ້ 70% ຂອງ GDP ໃນທ້າຍປີ 2022, ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີປະສິດທິຜົນ ແລະ ບັນດາຫົວໜ່ວຍທຸລະກິດຂະ ໜາດນ້ອຍ ແລະ ກາງ, ສົ່ງເສີມການຜະລິດພາຍໃນ ແລະ ການສົ່ງອອກ ເຮັດໃຫ້ຍອດເຫຼືອສິນເຊື່ອຂະແໜງການທະນາຄານ ຢູ່ໃນລະດັບ 50% ຂອງ GDP ໃນທ້າຍປີ 2022 ແລະ ຍົກສູງຄຸນນະພາບສິນເຊື່ອຂອງທະນາຄານທຸລະກິດ ແລະ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບ 3%.ນອກນີ້, ລັດຖະບານ ຍັງວາງຄາດໝາຍສູ້ຊົນ ເກັບລາຍຮັບທັງໝົດໃຫ້ໄດ້ 31.593 ຕື້ກີບ ເທົ່າກັບ 16,44% ຂອງ GDP; ພ້ອມດຽວກັນນີ້, ກໍວາງຄາດໝາຍລາຍຈ່າຍທັງໝົດຢູ່ໃນລະດັບ 34.691 ຕື້ກີບ ເທົ່າກັບ 18,05% ຂອງ GDP, ຄາດຄະເນການຂາດດຸນງົບປະມານ 3.098 ຕື້ກີບ ເທົ່າກັບ 1,61% ຂອງ GDP ແລະ ຍັງຈະສູ້ຊົນໃຫ້ບັນລຸບັນດາຄາດໝາຍອື່ນໆ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022, ມະຕິສະພາແຫ່ງຊາດ ສະບັບເລກທີ 41/ສພຊ, ລົງວັນທີ 17/11/2021 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງ ລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ແລະ ມະຕິສະພາແຫ່ງຊາດ ສະບັບເລກທີ 42/ສພຊ, ລົງວັນ ທີ 17/11/2011 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຈັດຕັ້ງປະຕິບັດງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນປະຕິບັດໝົດປີ 2021 ແລະ ທິດທາງແຜນງົບປະມານແຫ່ງລັດ ປີ 2022.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here