ຊົມເຊີຍ! ນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ “ການທ່ອງທ່ຽວຢ່າງຢັ້ງຢືນແຫ່ງອາຊຽນ” ປະຈໍາປີ 2022

0
1477

ນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຮັບລາງວັນ “ການທ່ອງທ່ຽວຢ່າງຢັ້ງຢືນແຫ່ງອາຊຽນ” ປະຈໍາປີ 2022

ໃນງານ ASEAN Tourism Forum (ATF) ທີ່ຈະຈັດຂຶ້ນ ຢູ່ທີ່ ປະເທດກໍາປູເຈຍ.

ຈາກຄວາມສໍາເລັດໃນການພັດທະນາແຫຼ່ງທ່ອງທ່ຽວຮອບນໍ້າຕົກຕາດ ທີ່ມີຄວາມສວຍງາມຕາມທໍາມະຊາດ ແລະ ວິຖີຊີວິດປະຈໍາວັນຂອງປະຊາຊົນໃນທ້ອງຖິ່ນ ໄດ້ຮັບການເຄົາລົບ ແລະ ພັດທະນາໃຫ້ສອດຄ່ອງກັບການອະນຸຮັກສິ່ງແວດລ້ອມ.ໂດຍຄະນະເຈົ້າໜ້າທີ່ແຂວງຈໍາປາສັກ ຈະເດີນທາງໄປຮັບລາງວັນໃນງານການທ່ອງທ່ຽວອາຊຽນ ASEAN Tourism Forum (ATF) 2022 ຢູ່ທີ່ປະເທດກໍາປູເຈຍ ໃນວັນທີ 16-20 ມັງກອນ 2022 ນີ້.

ແຫຼ່ງຂ່າວ: ໜັງສືພິມ Vientiane Times.

ຮູບພາບ:Champa Insider

LEAVE A REPLY

Please enter your comment!
Please enter your name here