ໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ

0
3126

ລັດຖະບານໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ, ໜັງສືພິມບາງກອກໂພສຂອງໄທໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ: ຄະນະລັດຖະບານໄທໄດ້ອອກຄຳສັ່ງໃຫ້ອົງການທາງລົດໄຟແຫ່ງປະເທດໄທອອກແບບແລະກໍ່ສ້າງຂົວແຫ່ງທີ 2 ລະຫວ່າງໜອງຄາຍແລະນະຄອນຫຼວງວຽງຈັນຂອງປະເທດລາວໂດຍໄວ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ. ທ່ານອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີໄທກ່າວວ່າ:

ໃນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບທາງລົດໄຟໄທ-ລາວ-ຈີນ ທີ່ຕົນເປັນເຈົ້າພາບຈັດຂຶ້ນໃນອາທິດຜ່ານມານີ້, ຈິ່ງໄດ້ມີຂໍ້ຕົກລົງໃຫ້ອົງການທາງລົດໄຟແຫ່ງປະເທດໄທສ້າງຂົວແຫ່ງນີ້ໂດຍໄວ, ຄະນະກຳມະການດັ່ງກ່າວໄດ້ເປີດ “ໄຟຂຽວ” ດ້ານງົບປະມານທີ່ໃຊ້ໃນການກໍ່ສ້າງຂົວ ທີ່ອົງການທາງລົດໄຟແຫ່ງປະເທດໄທເປັນຜູ້ສະເໜີ; ພາຍຫຼັງທາງລົດໄຟລາວ-ຈີນເຊື່ອມຕໍ່ກັບປະເທດໄທແລ້ວ, ຈະຊຸກຍູ້ການພັດທະນາເສດຖະກິດພາກຕາເວັນຕົກຂອງຈີນ, ລາວ ແລະ ໄທ, ຈະເຮັດໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງຈີນແລະໄທຫຼຸດລົງ 30% ຫາ 50%; ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າລະຫວ່າງຈີນແລະໄທຈະໄວກວ່າການຂົນສົ່ງສິນຄ້າໃນອະດີດ 1 ວັນ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງຫຼຸດລົງ 25%.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here