ສະ​ເໜີ​ໃຫ້​ເບິ່ງຄືນຄ່າບໍລິການນຳເຂົ້າ-ສົ່ງອອກສິນຄ້າ

0
1678

ລັດ​ຖະ​ມົນ​ຕີ​ກະ​ຊວງອຸດສາຫະກຳ – ການ​ຄ້າ (ອ​ຄ) ສະ​ເໜີ​ໃຫ້ ບໍລິສັດ ລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານ ສະຖານີລົດໄຟແຕ່ລະຈຸດໃຫ້ຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບໂຄງ​ການ ທ່າບົກ ທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຢ່າງກົມ​ກຽວ ເພື່ອເຮັດວຽກໄປ​ໃນ​ລວງດຽວກັນ, ຂະ​ນະ​ທີ່ຄ່າບໍລິການຍັງມີມູນຄ່າສູງ ຈຶ່ງສະເໜີພາກລັດ ແລະ ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​​ຊິ​​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຄົ້ນຄວ້າຕື່ມ ແລະ ດຳເນີນກວດກາຄືນການບໍລິການ ແລະ ການເກັບຄ່າບໍລິການ ຂອງບໍລິສັດຊິບປິ້ງ.

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ສິນຄ້າ ຢູ່ ສະຖານີລົດໄຟວຽງຈັນໃຕ້, ທ່າບົກ ທ່ານາແລ້ງ ແລະ ເຂດໂລ ​ຊິສຕິກໄດ້ຈັດຂຶ້ຶນ ໃນວັນທີ 18 ມັງກອນນີ້ທີ່ ຫ້ອງປະຊຸມ ບໍ​ລິ​ສັດ​ ວຽງ​ຈັນ​ໂລ​ຊິ​ສ​ຕິກ ພາກ ໂດຍການເປັນ ປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອ​ຄ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ, ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການກວດກາ ການນຳເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າຢູ່ສະຖານນີລົດໄຟວຽງ​ຈັນ​ໃຕ້, ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​ຊິ​ສຕິກ ນະ​ຄອນຫຼວງວຽງ​ຈັນ, ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕໍ່ກັບການລາຍງານດັ່ງກ່າວ ທີ່ເຫັນວ່າຍັງມີບາງວຽກງານທີ່ຍັງບໍ່ທັນດຳເນີນສອດຄ່ອງກັບສະພາບຕົວຈິງ.ທ່ານລັດຖະມົນຕີກະຊວງ ອຄ ໄດ້ເນັ້ນ​ໜັກຫຼາຍ​ບັນ​ຫາ ພ້ອມ​ທັງສະເໜີໃຫ້ຂະ​ແໜງ​ການ​ທີ່ກ່ຽວຂ້ອງຂອງ​ລັດ ສືບຕໍ່ກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນບົນພື້ນຖານຄວາມສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບຂັ້ນຕອນ ແລະ ເອກະສານ ການກວດປ່ອຍສິນຄ້າ ແລະ ອື່ນໆ, ສະເໜີບໍລິສັດທາງລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ຢູ່ແຕ່ລະຈຸດ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ແລະ ຜູ້ປະກອບການຂົນສົ່ງ ໃຫ້ມີລະບົບການເຮັດວຽກ ເປັນອັນດຽວກັນ ລວມທັງການເຊື່ອມໂຍງເສັ້ນທາງ ລະຫວ່າງທາງລົດໄຟ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ, ການເພີ່ມຈໍານວນຖ້ຽວຂອງຂະບວນລົດໄຟ, ການເພີ່ມຈໍານວນ ແລະ ຂະໜາດ ຂອງຕູ້ຄອນເທນເນີ້ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າ ໃຫ້ຫຼາຍຂຶ້ນ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້ ສໍາລັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ໃຫ້ທົ່ວເຖິງ ແລະ ໂປ່ງໃສຜ່ານເວັບໄຊຕ່າງໆ ເພື່ອເປັນຂໍ້ມູນໃນການກະກຽມ ຄວາມພ້ອມໃນການແຂ່ງຂັນຂອງທຸລະກິດຂອງລາວ.

ສະເພາະຄ່າມັດຈໍາຕູ້ສິນຄ້າ, ຄ່າຂົນສົ່ງສິນຄ້າ ຜ່ານທາງລົດໄຟ, ຄ່າຄ່ຽນຖ່າຍ ແລະ ອື່ນໆ ບາງອັນທີ່ເຫັນວ່າຍັງມີມູນຄ່າສູງ ແມ່ນສະເໜີພາກລັດ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກຄົ້ນຄວ້າຕື່ມ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ພິຈາລະນາຈັດແບ່ງບຸລິມະສິດສິນຄ້າ ໂດຍສະເພາະສິນຄ້າກະສິກໍາສົ່ງອອກ ຜ່ານທ່າບົກທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກແລະ ລົດໄຟລາວ-ຈີນ ລວມທັງການຈັດແບ່ງການເກັບຄ່າຄ່ຽນຖ່າຍຕາມປະເພດນໍ້າມັນເຊື້ອໄຟຂອງລົດ ຂົນສົ່ງ, ການເຈລະຈາພືດສົ່ງອອກໄປ ສປ ຈີນ, ສະເໜີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ເຈລະຈາ ກັບ ຝ່າຍຈີນ ໃຫ້ໄດ້ຫຼາຍຂຶ້ນ ພ້ອມທັງເຜີຍແຜ່ໃຫ້ແກ່ພາກທຸລະກິດ ຢ່າງທົ່ວເຖິງ ກ່ຽວ​ກັບຂັ້ນຕອນການແຈ້ງ ແລະ ກວດກາສິນຄ້ານໍາເຂົ້າ-ສົ່ງອອກ, ສະເໜີ​ໃຫ້ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາຄົ້ນຄວ້າປັບປຸງໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ, ການກວດກາຄືນການບໍລິການ ແລະ ເກັບຄ່າບໍລິການຂອງບໍລິສັດ ຊິບປິ້ງ ແມ່ນ ສະເໜີໃຫ້ ບໍລິສັດວຽງຈັນ ໂລ​ຊິ​ສ​ຕິກ ສະໜອງຂໍ້ມູນໃຫ້ແກ່ກົມພາສີເພື່ອນໍາໄປຄົ້ນຄວ້າຕື່ມ, ສະເໜີບັນດາກະຊວງນໍາເອົາ ຜົນຂອງກອງປະຊຸມ ໄປລາຍງານຕໍ່ຄະນະນໍາຂອງຕົນ ເພື່ອພິຈາລະນາ, ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສັງລວມຄໍາເຫັນຕ່າງໆ ເພື່ອລາຍງານຕໍ່ ລັດຖະບານ ແລະ ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ທີ່ຈະຈັດຂຶ້ນໃນໄວໆ​ນີ້.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here