ສັ່ງຈັບຕົວ ຜູ້ຖືຫາຄະດີການຟອກເງິນ, ສໍ້ໂກງ

0
10750

ຄຳສັ່ງຈັບຕົວ ຈາກອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນເລກທີ 270/ອຍກນວ ລົງວັນທີ 8 ທັນວາ 2021 ອີງຕາມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2017 ມາດຕາ 43 ຂໍ້ 5 ອີງຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງປີ 2017 ມາດຕາ 135 ແລະ ມາດຕາ 139 ອີງຕາມບົດລາຍງານຄະດີຂອງຫົວໜ້າກົມຕຳຫຼວດເສດຖະກິດສະບັບເລກທີ 2789/302 ລົງວັນທີ 29 ພະຈິກ 2021 ຕາມຂາເຂົ້າເລກທີ 120/ອຍກນວ ວັນທີ 30 ພະຈິກ 2021 ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຄົ້ນຄ້ວາສະຫຼຸບລາຍງານຂອງຮອງຫົວໜ້າກົມຕຳຫຼວດເສດຖະກິດເພື່ອຂໍຄຳສັ່ງຈັບຕົວຜູ້ຖືກຫາ.

ເມື່ອຈັບຕົວໄດ້ແລ້ວໃຫ້ເຈົ້າໜ້າທີ່ປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງ 2017 ມາດຕາ 139 ຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here