ການນໍາແຂວງໄຊຍະບູລີ ວາງພວງມະລາ ທີ່ສຸສານທະຫານ ໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ

0
1054

ເພື່ອເປັນການແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານນັກຮົບຜູ້ທີ່ເສຍສະຫຼະຊີວິດເລືອດເນື້ອແກ່ປະເທດຊາດ, ເວົ້າລວມເວົ້າສະເພາະແມ່ນເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ກັບສັດຕູທີ່ເຂົ້າມາບຽດຍຶດຊາຍແດນຂອງແຂວງ ໄຊຍະບູລີ ໃນເມື່ອກ່ອນ ແລະ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 73 ປີ ( ວັນທີ 20 ມັງກອນ 1949-20 ມັງກອນ 2022 ) ທີ່ໝູນວຽນມາອີກວາລະໜຶ່ງນັ້ນ, ການນໍາຂອງແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍການນໍາທຸກພາກສ່ວນຂອງແຂວງ ໄດ້ເຂົ້າວາງພວງມະລາທີ່ສຸສານທະຫານ.

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2022 ທັງນີ້ກໍ່ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖິງບຸນຄຸນ-ຄຸນງາມຄວາມດີຂອງດວງວິນຍານພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດເລືອດເນື້ອໃນປາງສົງຄາມ, ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນໃນໄລຍະຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເວົ້າລວມ, ເວົ້າສະເພາະ ແມ່ນເຂດນໍ້າແດນດິນຂອງ ແຂວງ ໄຊຍະບູລີ ໄວ້ໃຫ້ໝັ້ນຄົງ ແລະ ໃນຕອນເຊົ້າຂອງວັນດຽວກັນກໍ່ໄດ້ມີການປະຖະກະຖາເລົ່າຄືນມູນເຊື້ອຂອງວັນ ສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 73 ປີ, ທີ່ສະໂມສອນ ກອງບັນຊາການ ທະຫານແຂວງ ໄຊຍະບູລີ, ໃຫ້ກຽດເລົ່າຄືນໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຂົ້າຮ່ວມຮັບຟັງມີບັນດາການນໍາທຸກພາກສ່ວນຂອງແຂວງ, ມີບັນດານາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດ ພາຍໃນແຂວງ ໄຊຍະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here