ເມືອງເມີງຕ້ອງການງົບ 15 ຕື້ກີບເພື່ອພັດທະນາໂຄງລາງພື້ນຖານທີ່ຈໍາເປັນ

0
2531

ປີ 2022 ເມືອງເມິງ ແຂວງບໍ່ແກ້ວ ຕ້ອງການງົບປະມານ 15 ຕື້ ກີບ ເພື່ອພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍສູ້ຊົນ ແຜນພັດທະນາເສດຖະກິດຂອງເມືອງເມິງ ໃຫ້ມີການເຕີບໂຕ ຂະຫຍາຍຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃຫ້ຢູ່ໃນລະດັບ 5% ໂດຍຖືເອົາການພັດທະນາດ້ານການຜະລິດກະສິກໍາປ່າໄມ້ ໄປຄຽງຄູ່ກັບການບໍລິການ-ການຄ້າ ແລະ ການທ່ອງທ່ຽວ ທີເປັນທ່າແຮງໃນການຂຸດຄົ້ນແຫຼ່ງລາຍຮັບພາຍໃນ ເພື່ອປົວແປງຊິວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ;

ໃນ ປີ 2022 ນີ້ ເມືອງເມິງ ແຂວງບໍ່ແກ້ວ ມີຄວາມຕ້ອງການໂຄງການລົງທຶນຂອງລັດ ທີມີມູນຄ່າ 15 ຕື້ ກີບ ເພື່ອສຸມໃສ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ:ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງປູຢາງ ແຕ່ເມືອງເມິງ ຫາ ແຂວງ ແລະ ເມືອງ ຫາ ກຸ່ມບ້ານ ເພື່ອເຊື່ອມຕໍ່ໄປ ຫາ ແຂວງ ຫຼວງນ້ຳທາ ໃຫ້ມີຄວາມສະດວກໃນການສັນຈອນໄປມາໃນການຂົນສົ່ງສິນຄ້າ ແລະ ການຂະຫຍາຍຕາຂ່າຍໄຟຟ້ານ້ຳປະປາ ໄປສູ່ບ້ານ ເພື່ອ ສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັດກັບວຽກງານ 3 ສ້າງ, ໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການປູກ-ການລ້ຽງ ຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ;

ເມືອງເມິງຕັ້ງເປົ້າຈະສູ້ຊົນຜະລິດເຂົ້ານາປີໃຫ້ບັນລຸໃນເນື້ອທີ 1.476 ກວ່າ ເຮັກຕາ,ສະມັດຕະພາບ 4 ໂຕນ/ເຮັກຕາ ຜົນຜະລິດໃຫ້ໄດ້ 6.128 ໂຕນ ນອກນິ້ ຍັງມີຜົນຜະລິດເຂົ້າໄຮ່ ແລະ ເຂົ້ານາແຊງ ເພື່ອໄວ້ກິນແລະ ສົ່ງອອກເປັນສິນຄ້າ ;ຕິດພັນກັບການເກັບກູ້ຜົນຜະລິດພືດຕ່າງໆໃນເນື້ອທີ 96 ກວ່າ ເຮັກຕາ ແລະ ສົ່ງເສີມຄອບຄົວຕົວແບບການປູກພືດຜັກໃນ3 ກຸ່ມບ້ານ, ການຂຸດຄົ້ນເກັບຊື້ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ຂອງຜູ້ປະກອບການໃຫ້ໄດ້ 170 ໂຕນ, ສົ່ງເສີມການຜະລິດພືດເປັນສິນຄ້າໃນເນື້ອທີ 120 ກວ່າ ເຮັກຕາ,ສ້າງຄອບຄົວຕົວແບບການປູກຊາ ໃຫ້ໄດ້ 5 ຄອບຄົວ ຕິດພັນກັບວຽກລ້ຽງສັດ ແລະ ການປະມົງ

ເພື່ອບໍລິໂພກພາຍໃນປະເພດ ຊີ້ນ,ໄຂ່ ແລະ ຊິ້ນສ່ວນສັດຕ່າງໆໂດຍນຳໃຊ້ເຕັກນິກວິທະຍາສາດ ການລ້ຽງຂອງຊາວກະສິກອນຢູ່ພາຍໃນກຸ່ມບ້ານ ໃຫ້ຫັນມາປູກຫຍ້າເພື່ອເປັນອາຫານສັດ ສົ່ງເສີມຄອບຄົວຕົວແບບການລ້ຽງສັດໃນ 4 ກຸ່ມບ້ານທີ່ມີເງື່ອນໄຂ ສະຖານທີເໝາະສົມ,ຈໍານວນ 25 ຄອບຄົວ,ການປູກໄມ້ໃຫ້ໝາກ,ໄມ້ອຸດສາຫະກໍາ ປະເພດຢາງພາລາ ທີມີຕະຫຼາດຮອງຮັບຜົນຜະລິດຂອງປະຊາຊົນ ເພື່ອນໍາມາຂາຍສ້າງລາຍຮັບໃຫ້ແກ່ຄອບຄົວ ທັງເປັນການຍູ້ແຮງການຜະລິດຂອງປະຊາຊົນ ບັນດາເຜົ່າຢູ່ເມືອງເມິງໃຫ້ຫຼາຍກາຍເປັນສິນຄ້າ ສ້າງຄວາມຢູ່ດີ ກິນດີ ແລະ ຄວາມຮັ່ງມີຜາສຸກ ໃຫ້ແກ່ປະຊາຊົນ ເພື່ອກ້າວໄປສູ່ການລຶບລ້າງຄວາມທຸກຍາກ.

ເພື່ອເຮັດບັນລຸຄາດໝາຍດັ່ງກ່າວ ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເປັນເຈົ້າການໃນການຊີ້ນໍາໆພາ ປັບປຸງແບບແຜນ,ວິທີການເຮັດວຽກແບບໃໝ່ໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ,ເຮັດວຽກມີແຜນການ,ໂຄງການດໍາເນີນງານຢ່າງລະອຽດ ຂອງແຕ່ລະຂະແໜງການ ເພື່ອແນ່ໃສ່ຮັບປະກັນເຖິງຜົນສໍາເລັດໄປເທື່ອລະກ່າວ.

ບົດຂ່າວ: ເງິນຫຼົງ ຈິດພູວົງ

LEAVE A REPLY

Please enter your comment!
Please enter your name here