ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ)

0
889

ໃນວັນທີ 27/01/2022 ທີ່ບໍລິສັດ ສະຕາໂທລະຄົມ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) “ວ່າດ້ວຍການສືກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ”.ເຂົ້າຮ່ວມງານດັ່ງກ່າວມີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ; ທ່ານ ລີວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ພ້ອມດ້ວຍ ຄະນະນໍາ ຈາກ ລັດວິສາຫະກິດ ໄຟຟ້າລາວ ແລະ ຄະນະອໍານວຍການໃຫຍ່ ພ້ອມດ້ວຍຄະນະນໍາຈາກພະແນກການ, ສູນ ບໍລິສັດ ສະຕາ ໂທລະຄົມ.

ທ່ານ ບູນມີ ມາລາວົງ – ຮອງອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມໄດ້ກ່າວວ່າ: ບໍລິສັດ ສະຕາ ໂທລະຄົມເຊີ່ງມີເຄື່ອງໝາຍການຄ້າຢູນີເທວ, ພາຍຫຼັງ 12 ປີໄດ້ສ້າງຕັ້ງຂື້ນ ແລະ ໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງລະບົບເຄືອຂ່າຍໂທລະຄົມມະນາຄົມ ທີ່ນຳໃຊ້ເຕັກໂນໂລຊີທັນສະໄໝຂອງໂລກ ໃນຂອບເຂດທົ່ວປະເທດ. ໄດ້ປະກອບສ່ວນໃນການສະໜອງບໍລິການທາງດ້ານໂທລະຄົມ ແລະ ການສື່ສານໃຫ້ກັບປະຊາຊົນລາວ ໄປຍັງເຂດຫ່າງໄກສອກຫຼີກ. ໂດຍຢຶດໝັ້ນວີໄສທັດຮັບໃຊ້ປະຊາຊົນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມ. ຢູນີເທວ ພວກເຮົາຍາມໃດກໍ່ຖືເອົາວຽກງານການພັດທະນາຕົນເອງເປັນໜ້າທີ່ສຳຄັນ ຈົນສາມາດຍົກລະດັບຕົນເອງກາຍເປັນ ບໍລິສັດໂທລະຄົມມະນາຄົມ ທີ່ນອນຢູ່ໃນລະດັບແຖວໜ້າຂອງ ສປປ ລາວ, ກັບພື້ນທີ່ປົກຄຸ້ມສັນຍານກວ້າງຂວາງ, ມີລະບົບເຄືອຂ່າຍໃຫຍ່ສຸດ ແລະ ຮັບໃຊ້ໃຫ້ລູກຄ້າຫຼາຍສຸດ.

ໃນຍຸກປະຕິວັດອຸດສະຫະກໍາ 4.0 ພວກເຮົາໄດ້ຢືນຢັນວ່າ ຢູນີເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງເປັນທາງການ ແລະ ມີຄວາມກຽມພ້ອມທີ່ຈະກາຍເປັນບໍລິສັດ ເຕັກໂນໂລຊີ ແລະ ການສື່ສານ, ທີ່ນໍາໜ້າໃນການປະຕິວັດຫັນເປັນດີຈີຕ໋ອນຂອງປະເທດ, ນໍາເອົາລະບົບດີຈີຕ໋ອນເຂົ້າສູ່ການດໍາລົງຊີວິດຂອງປະຊາຊົນ, ຄຽງຄູ່ກັນນັ້ນ ຢູນີເທວ ຈະພະຍາຍາມສູ້ຊົນຖືເອົາການພົວພັນຮ່ວມມືກັບລັດຖະບານ, ລັດວິສາຫາຫະກິດ ເວົ້າລວມ, ເວົ້າສະເພາະແມ່ນ ລັດວິສາຫະກິດ ໄຟຟ້າລາວ ເປັນວຽກງານອັນດັບ 01 ໃນການຈັດຕັ້ງຜັນຂະຫຍາຍຫັນເປັນດີຈີຕ໋ອນ ແລະ ບໍລິການລູກຄ້າແບບທັນສະໄໝທັງພາຍໃນ ແລະ ຕ່າງປະເທດ, ເພື່ອເຮັດໃຫ້ປະເທດລາວຂອງພວກເຮົາກ້າວໜ້າທັນສະໄໝທຽບເທົ່າກັບ ພາກພື້ນ ແລະ ສາກົນ, ບົນພື້ນຖານທັງ 02 ຝ່າຍໄດ້ເຫັນດີເປັນເອກະພາບກັນ ເຊຶ່ງມີ 07 ເນື້ອໃນດັ່ງລຸ່ມນີ້:

1)ຄົ້ນຄວ້າ ແລະ ນຳໃຊ້ເຄືອຂ່າຍສາຍໃຍແກ້ວນໍາແສງ OPGW ຂອງ ລັດວິສາຫະກິດ ໄຟຟ້າລາວ ໃນຂອບເຂດທົ່ວປະເທດ, ເພື່ອຮ່ວມກັນໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

2)ຄົ້ນຄວ້າຜະລິດຕະພັນທາງດ້ານໄອທີ, Smart Meter AMR/AMI, ບໍລິການແຈ້ງເຕືອນຜ່ານຂໍ້ຄວາມ ແລະ Package internet ຮັບໃຊ້ແກ່ ລັດວິສາຫະກິດ ໄຟຟ້າລາວ.

3)ສຶກສາການນຳໃຊ້ພື້ນຖານໂຄງລ່າງຂອງ ລັດວິສາຫະກິດໄຟຟ້າລາວ ເປັນຕົ້ນແມ່ນ: ເສົາໄຟຟ້າ, ສູນສະຖານີເພື່ອໝຸນໃຊ້ເຂົ້າໃນວຽກງານການກະຈາຍສັນຍານໂທລະຄົມຂອງ ຢູນິເທວ ຈົນເຖີງສືກການນຳໃຊ້ພື້ນຖານໂຄງລ່າງສາຍໄຍແກ້ວ ຂອງ ລັດວິສາຫະກິດ ໄຟຟ້າລາວ ໃນລະບົບ Smart Meter ຢູ່ 04 ຕົວເມືອງໃນນະຄອນຫຼວງ ເພື່ອສະໜອງບໍລິການ.

4)ສຶກສາການຊໍາລະ ຄ່າໄຟຟ້າຜ່ານບໍລິການ ກະເປົາເງິນເອເລັກໂຕຣນິກ ) Mobile Wallet) ໂດຍອີງໃສ່ທ່າແຮງ ຂອງ ບໍລິການ U-Money ເພື່ອອໍານວຍຄວາມສະດວກ ໃຫ້ລູກຄ້າ ຟຟລ ໃນການຊໍາລະຄ່າໄຟຟ້າ ໃນຂອບເຂດ ຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ

5)ຄົ້ນຄວ້າ ແລະ ແລກປ່ຽນບຸກຄະລາກອນດ້ານເຕັກນີກຂອງສອງຝ່າຍໃນວຽກງານບໍາລຸງຮັກສາ ແລະ ສ້ອມແປງລະບົບໂທລະຄົມມະນາຄົມ/ໄຟຟ້າ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ແລກປ່ຽນວັດທະນະທໍາການເຮັດວຽກກ່ຽວກັບການເບິ່ງແຍງລູກຄ້າ.

6)ຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີເພື່ອຫັນເປັນດິຈິຕອນນຳໃຊ້ເຂົ້າໃນວຽກງານເຊັ່ນ: ລະບົບຄອມພີວເຕີເຮັດວຽກອັດຕະໂນມັດ (RPA), ການກວດສອບຄວາມປອດໄພຂອງລະບົບໄອທີ (PenTest) , KPI Monitoring, Cloud Computing…

7)ຄົ້ນຄວ້າວຽກງານອື່ນໆທີ່ມີປະໂຫຍດຕໍ່ທັງສອງຝ່າຍ ແລະ ສັງຄົມ.

ການຮ່ວມມືຂອງທັງສອງຝ່າຍ ແມ່ນ ການຮ່ວມມືຂອງວິສາຫະກິດຂະໜາດໃຫຍ່ ຂອງ ສ ປປ ລາວ ເພື່ອແນ່ໃສ່ວຽກງານການຮ່ວມມືສຶກສາຄົ້ນຄວ້າການຫັນເປັນດິຈິຕອນ ນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານການຄຸ້ມຄອງ, ການສະໜອງບໍລິການໃຫ້ແກ່ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ. ໃນຍຸກປະຕິວັດອຸດສະຫະກໍາ 4.0 ເພື່ອເປັນການຊຸກຍູ້ສົ່ງເສີມການຄຸ້ມຄອງ, ການບໍລິຫານ ລວມທັງການບໍລິການໃຫ້ແກ່ລັດຖະບານ ແລະ ສັງຄົມ ຕອບສະໜອງໄດ້ກັບຄວາມຕ້ອງການ ດ້ວຍລະບົບເຕັກໂນໂລຊີ ທີ່ທັນສະໄໝ ຕາມນະໂຍບາຍ ແລະ ແຜນພັດທະນາ ຂອງລັດຖະບານ, ບຸກຄະລາກອນ ຮັບປະກັນສິດຜົນປະໂຫຍດ ທັງສອງຝ່າຍຕາມຈຸດປະສົງຂອງໂຄງການຮ່ວມມື.

ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ໄດ້ກ່າວວ່າ: ຕາງໜ້າລັດວິສາຫະກິດໄຟຟ້າລາວ ໃນຖານະເປັນວິສາຫະກິດຂອງລັດຂໍຖືເປັນກຽດ ແລະ ຮູ້ສືກດີໃຈ ທີ່ໄດ້ຮ່ວມມືກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໃນການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ແມ່ນເພື່ອສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ກ່ຽວກັບ ການດໍາເນີນທຸລະກິດທາງດ້ານໂທລະຄົມ. ເຊິ່ງ ຟຟລ ເຫັນໄດ້ວ່າ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເປັນບໍລິສັດ ໂທລະຄົມມະນາຄົມ ທີ່ ນອນຢູ່ໃນລະດັບແຖວໜ້າ ຂອງ ສປປ ລາວ, ມີຄວາມພ້ອມດ້ານ ເຕັກໂນໂລຊີ ແລະ ການສື່ສານ ທີ່ນໍາ ໜ້າໃນການ ຫັນເປັນດີຈີຕ໋ອນ ຂອງ ປະເທດ. ເຊິ່ງຈະນໍາເອົາເຕັກໂນໂລຊີ ຂອງ ບໍລິສັດ ສະຕາ ໂທລະຄົມ ມາສຶກສາຄົ້ນຄ້ວາປັບເຂົ້າໃຊ້ໃນວຽກງານ ເຊັ່ນ: ລະບົບຄອມພີວເຕີເຮັດວຽກອັດຕະໂນມັດ Robotic Process Automatic (RPA), ການກວດສອບຄວາມປອດໄພຂອງລະບົບໄອທີ ໜ້າ 2 Penetration Testing (PenTest), ລະບົບຕິດຕາມລາຍງານ KPI Monitoring, ບ່ອນເກັບຂໍ້ມູນ Cloud Computing ເພື່ອເຮັດໃຫ້ ຟຟລ ມີເຄື່ອງມືໃນການເຮັດວຽກທີ່ດີຂື້ນໄປເລື້ອຍໆ. ແລະ ພວກເຮົາມີຄວາມເຊື່ອໝັ້ນວ່າ ວິຊາການຂອງທັງ 2 ຝ່າຍຈະຮ່ວມກັນສຶກສາ ແລະ ບັນລຸຜົນ ຂອງ ການສຶກສາຄວາມເປັນໄປໄດ້ກ່ຽວກັບ ການດໍາເນີນທຸລະກິດທາງດ້ານໂທລະຄົມ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶບຕໍ່ພັດທະນາວຽກງານການບໍລິການ, ອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາຊິວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ສະດວກ ສະບາຍຍິ່ງຂື້ນ.

LEAVE A REPLY

Please enter your comment!
Please enter your name here