ແຂວງອັດຕະປື ຕ້ອງການທຶນພັດທະນາ 1.500 ກວ່າຕື້ກີບ

0
1352

ແຂວງອັດຕະປື ຕ້ອງການທຶນພັດທະນາ 1.500 ກວ່າຕື້ກີບ ໃນແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຂອງແຂວງ ທີ່ຖືກຮັບຮອງຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ຫາກໍ່ສໍາເລັດລົງເມື່ອບໍ່ດົນແລ້ວນີ້.

ແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2022 ເປັນປີທີ 2 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຄັ້ງທີ IX ຄືແຕ່ປີ 2021-2025,ເພື່ອເຮັດໃຫ້ໄປຕາມທິດທາງ ແລະ ບັນລຸເປົ້າໝາຍທີ່ວາງໄວ້ ກໍ່ຄືເຮັດໃຫ້ການເຕີບໂຕເສດຖະກິດ ຂອງແຂວງຂະຫຍາຍຕົວບໍ່ໃຫ້ຫຼຸດ 6-7% ຕໍ່ປີ.

ດັ່ງນັ້ນ, ໃນປີ 2022 ນີ້ແຂວງອັດຕະປື ຕ້ອງການທຶນພັດທະນາທັງໝົດ 1.578 ຕື້ກວ່າກີບ ຫຼື ເທົ່າກັບ 43% ຂອງ GDP, ໃນນັ້ນ,ຕ້ອງການທຶນຂອງລັດປະມານ 24 ຕື້ກວ່າກີບ, ກວມເອົາ 1,53% ຂອງທຶນທັງໝົດ, ຕ້ອງການທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ຫຼື ODA ປະມານ 116 ຕື້ກີບ,ກວມເອົາ 7,34% ຂອງທຶນທັງໝົດ,ການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ປະມານ 1.050 ຕື້ກີບ,ກວມເອົາ 66,5% ຂອງທຶນທັງໝົດ, ການສະໜອງສີນເຊື້ອຂອງທະນາຄານມີ 388 ຕື້ກີບ, ກວມເອົາ 24,58% ຂອງທຶນທັງໝົດ.

ເຊິ່ງບັນດາໂຄງການຈຸດສຸມຈໍານວນໜຶ່ງສະໜັບສະໜູນປະກອບມີ: ໂຄງການກໍ່ສ້າງທາງປູຢ່າງ 2 ຊັ້ນ 18A ໄລຍະ 2,ໂຄງການ 18B ພາກຂະຫຍາຍ,ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ 4 ເລນຢູ່ເທດສະບານເມືອງຊານໄຊ, ໂຄງການກໍ່ສ້າງລະບົບນໍ້າປະປາ,ເຂື່ອນເຊກອງຕອນລຸ່ມ,ເຊກອງ 3B, ພ້ອມທັງສຸມໃສ່ປັບປຸງ ແລະ ຊຸກຍູ້ການນໍາໃຊ້ພື້ນຖານໂຄງລ່າງດ້ານກະສິກໍາ ໃຫ້ເຕັມປະສິດທິພາບ ທັງນີ້ກໍ່ເພື່ອຮອງຮັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ພັດທະນາຊົນນະບົດ.

ແຫຼ່ງຂ່າວ: ຂ່າວອອນລາຍແຂວງອັດຕະປື

LEAVE A REPLY

Please enter your comment!
Please enter your name here