ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສຊປລ

0
1099

ໃນວັນທີ 2 ກຸມພານີ້ ທີ່ສູນກາງຊາວໜຸ່ມ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງເລ ຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.

ທ່ານ ທອງຈັນ ໂຂງພູຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະ ຫາຍ ບຸນຕາ ເທບພະວົງ ກຳມະ ການສຳຮອງສູນກາງພັກ ສະມາ ຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ ໃໝ່ທີ່ສະພາແຫ່ງຊາດ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນ ກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.

ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອລົມເພື່ອເປັນເຂັມທິດເຍື່ອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີ ການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະເໜີໃຫ້ເລຂາຄະນະບໍລິຫານງານ ສຊປລ ຜູ້ ໃໝ່, ຄະນະເລຂາທິການ, ຄະນະບໍລິຫານງານ ສຊປລ ແລະ ພະ ນັກງານທີ່ຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນໃນຂອງເຂດທົ່ວປະເທດ ຈົ່ງເອົາໃຈໃສ່ບາງບັນຫາດັ່ງນີ້:

  • ສືບຕໍ່ຄົ້ນຄວ້າຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຄັ້ງທີ VIII, ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້
  • ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີ ແລະຄວາມເປັນເອກະພາບພາຍໃນຄະນະພັກ
  • ເພີ່ມທະວີການນໍາພາວຽກງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ
  • ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ
  • ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແຕ່ສາມາດເສີມຂະຫຍາຍບົດ ບາດ
  • ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ກົນໄກໃຫ້ສະດວກວ່ອງໄວຂຶ້ນ
  • ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນປະຕິວັດກວ່າເກົ່າ
  • ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ

 ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here