ສໍ້ໂກງສັບພົນລະເມືອງ ມູນຄ່າ 800 ລ້ານກວ່າກີບ

0
804

ຕົວະເອົາງົວນຳປະຊາຊົນໄປຂາຍແລ້ວບໍ່ຈ່າຍເງິນຄືນເຈົ້າຂອງ ຕົກເປັນຜູ້ຖືກຫາສໍ້ໂກງຊັບພົນລະເມືອງອີກຄັ້ງ.

ຕາມການລາຍງານ ຈາກແຟນເພຈ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ ເວລາ 16:00 ໂມງ ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ເຂົ້າກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ອາຊີບຄ້າຂາຍ ຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ ຂໍ້ກ່າວຫາ: ສໍ້ໂກງຊັບພົນລະເມືອງ ໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ນຳຕົວໄປດໍາເນີນຄະດີຕາມກົດໝາຍ.

ນາງ ພອນມະລີ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າໃນເບື້ອງຕົ້ນວ່າ: ໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ. ຈາກນັ້ນ ຕົວະວ່າເອົາໄປຂາຍກ່ອນໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ເສຍຫາຍ; ຜ່ານມາມີຜູ້ຫຼົງເຊື່ອ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ທີ່ມີຜົນເສຍຫາຍ 300 ລ້ານກີບ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020.

ຕໍ່ມາໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ. ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຖ້າທ່ານໃດຖືກນາງ ພອນມະລີ ສໍ້ໂກງຊັບກໍໃຫ້ຮີບຮ້ອນແຈ້ງຄວາມຕໍ່ເຈົ້າໜ້າທີ່.

LEAVE A REPLY

Please enter your comment!
Please enter your name here