ໄຊຍະບູລີ ວາງສີລາລືກໂຄງການກໍ່ສ້າງໂຮງໝໍໃໝ່

0
2020

ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ ນີ້ ທີ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານປະຊາຊົນ ແຂວງໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີຮອງເຈົ້າແຂວງ ພ້ອມດ້ວຍພະນັກງານກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສຸກຄໍາພີ ບຸນຍາວົງ ຜູ້ລົງທຶນ ແລະ ອໍານວຍການໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ຂຶ້ນລາຍງານການກະກຽມການກໍ່ສ້າງ ແລະ ແຜນການດໍາເນີນງານກໍ່ສ້າງໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ວ່າ: ໂຮງໝໍໄຊຍະເວດ ແມ່ນການລົງທຶນພາກໂຮງໝໍເອກະຊົນແຫ່ງທໍາອິດ ຂອງແຂວງໄຊຍະບູລີ ມູນຄ່າການລົງທຶນທັງໝົດ 15 ຕື້ກີບ ເປັນໂຮງໝໍຂະໜາດ 45 ຕຽງນອນ (ລວມທັງຕຽງໄອຊີຢູ) ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ໃນເນື້ອທີ່ທັງໝົດ 5 ພັນຕາເມັດ ເປັນການລົງທຶນຂອງເອກະຊົນພາຍໃນ ໂດຍ ທ່ານ ສຸກຄໍາພີ ບຸນຍາວົງ ເປັນຜູ້ລົງທຶນ ແລະ ຖືຮຸ້ນ 100% ແບ່ງເປັນມູນຄ່າການກໍ່ສ້າງອາຄານ ຢ່າງເປັນລະບົບຄົບຊຸດ 6,4 ຕື້ກີບ ຊຶ່ງປະກອບມີ 4 ຕຶກຄື: ຕຶກສອງຊັ້ນສໍາລັບບໍລິການຄົນເຈັບ 1 ຕຶກ, ຕຶກຊັ້ນດຽວ ເປັນຮ້ານອາຫານ – ຮ້ານກາເຟ ແລະ ຊຸບເປີມາເກັດ 1 ຕຶກ ແລະ ຊັ້ນດຽວເປັນສາງເກັບຢາ, ຫ້ອງຊັກລີດ ແລະ ຫ້ອງເຢັນ ໂດຍປະກອບມີ 9 ຂະແໜງຄື:

ຂະແໜງສຸກເສີນ, ຂະແໜງກວດເຂດນອກ, ຂະ ແໜງໄອຊີຢູຟື້ນຟູຊີບ ແລະ ວາງຢາສະຫຼົບ, ຂະແໜງພາຍນອກຜ່າຕັດ, ຂະແໜງພາຍໃນ, ຂະແໜງອອກລູກ – ພະຍາດຍິງ, ຂະແໜງເດັກນ້ອຍ, ຂະແໜງການຢາ ແລະ ຂະແໜງເອໂກ້ – ຮູບພາບລັງສີ, ກໍານົດເວລາການກໍ່ສ້າງອາຄານ 18 ເດືອນໃຫ້ສໍາເລັດ. ຈາກນັ້ນ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ມີຄໍາເຫັນຕໍ່​ກັບການວາງສີລາລືກ ໂຄງການກໍ່ສ້າງ ໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ແລະ ຊ້ວນຊາຍວາງສີລາລືກ ລັ່ນຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າ ປ່ອຍໝາກປູ່ມເປົ້າ ຢ່າງເປັນທາງການ.

ຈຸດປະສົງໃນການກໍ່ສ້າງໂຮງໝໍແຫ່ງນີ້ ກໍເພື່ອຕອບສະໜອງໃຫ້ແກ່ການບໍລິການດ້ານການປິ່ນປົວທີ່ທັນສະໄໝ ແລະ ຊັດເຈນ ຫຼຸດຜ່ອນອັດຕາການແອອັດ, ຫຼຸດຜ່ອນຄວາມສ່ຽງໃນການປິ່ນປົ່ວຕາມຂັ້ນຕອນມາດຕະຖານ ແລະ ທັນເວລາໃຫ້ກັບພໍ່ – ແມ່ປະຊາຊົນພາຍໃນ ແຂວງໄຊຍະບູລີ ແລະ ແຂວງອ້ອມຂ້າງ, ເປັນທາງເລືອກໃນການເຂົ້າໃຊ້ບໍລິການຂອງຄົນເຈັບ ດ້ວຍມາດຕະຖານການແພດທີ່ທັນສະໄໝ ມີຄວາມວ່ອງ ໄວ-ຊັດເຈນ ດ້ວຍທີມແພດທີ່ມີປະສົບການສູງ ເປັນແພດຊ່ຽວຊານ ສະເພາະດ້ານ ແລະ ໃຫ້ການບໍລິການທີ່ດີ ຢູ່ໃນລາຄາທີ່ສົມເຫດສົມຜົນ.

LEAVE A REPLY

Please enter your comment!
Please enter your name here