ສ້າງລະບົບການສຶກສາຂອງລາວໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນ ຜ່ານການຫັນເປັນດິຈິຕ້ອນ

0
1430

“ນ້ອງລົງທະບຽນນໍາໃຊ້ ຄັງປັນຍາລາວ ໃນເດືອນກໍລະກົດຫຼັງຈາກທີ່ເຫັນຕາມໂຄສະນາ. ຍ້ອນບໍ່ສາມາດເຂົ້າເຖິງປື້ມແບບຮຽນໄດ້ ເລີຍລອງໃຊ້ເບິ່ງເພື່ອເອົາມາຊ່ວຍໃນການກຽມສອບເສັງທີ່ສໍາຄັນທີ່ສຸດຂອງນ້ອງ ກໍ່ຄືການເສັງຈົບຊັ້ນ ມ 7. ນ້ອງໄດ້ທົບທວນເບິ່ງທຸກໆບົດຮຽນທີ່ກ່ຽວຂ້ອງກັບການສອບເສັງຜ່ານແອັບດັ່ງກ່າວ ພ້ອມທັງ​ໄດ້​ແນະ​ນໍາໃຫ້​ຄອບ​ຄົວ​ ​ແລະ ​ອ້າຍເອື້ອຍ​ນ້ອງມາໃຊ້ນໍາກັນ.”

ຍ້ອນການລະບາດຂອງພະຍາດ ໂຄວິດ-19 ຮອບທີສອງບັນດາໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆໄດ້ຖືກສັ່ງປິດນັບຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມາ. ການລະບາດດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຈໍາເປັນອັນໃຫຍ່ຫຼວງຂອງຄວາມອາດສາມາດ, ການພັດທະນາ ແລະ ການເຂົ້າເຖິງການສຶກສາຜ່ານທາງດິຈິຕ້ອນ ເພື່ອຮັບປະກັນໃຫ້ສາມາດສະໜອງການສຶກສາຢ່າງຕໍ່ເນື່ອງແກ່ເດັກນ້ອຍ ແລະ ໄວໜຸ່ມຫຼາຍກວ່າ 1.7 ລ້ານຄົນ ທີ່ອາໄສຢູ່ ສປປ ລາວ.

ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ເປີດໂຕແພລດຟອມການຮຽນ-ການສອນດີຈີຕ້ອນແຫ່ງຊາດທີ່ມີຊື່ວ່າ: ຄັງປັນຍາລາວ ເພື່ອສົ່ງເສີມການຫັນເປັນດິຈິຕ້ອນດ້ານການສຶກສາໃຫ້ແກ່ຄູອາຈານ ແລະ ນັກຮຽນ ແລະ ເພື່ອເປັນການສະໜັບສະໜູນການຮຽນຮູ້ຂອງເດັກນ້ອຍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ແພລດຟອມດັ່ງກ່າວແມ່ນມີທັງແບບອອນລາຍ, ແບບເທິງມືຖື ແລະ ອອບລາຍ ທີ່ຈະຊ່ວຍໃນການເຂົ້າເຖິງເນື້ອໃນການຮຽນການສອນແບບດິຈິຕ້ອນທີ່ມີຄຸນະພາບຢ່າງຕໍ່ເນື່ອງແກ່ຄູອາຈານ ແລະ ນັກຮຽນ ຊັ້ນ ປ 1 – ມ 7 ແລະ ເດັກນ້ອຍອະນຸບານ.

ຄັງປັນຍາລາວ ໄດ້ຖືກພັດທະນາໂດຍຜ່ານການສະໜັບສະໜູນຈາກ ສະຫະພາບເອີຣົບ (EU), ອົງການ UNICEF ແລະ ກອງທຶນຮ່ວມສາກົນເພື່ອການສຶກສາ  (GPE) ເພື່ອອໍານວຍຄວາມສະດວກໃນການຮຽນຮູ້ທາງໄກ ແລະ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການຮໍ່າຮຽນໃນຊ່ວງໄລຍະຂອງການປິດໂຮງຮຽນຍ້ອນການລະບາດຂອງພະຍາດ ໂຄວິດ-19 ແລະ ເຫດການສຸກເສີນອື່ນໆ. ແພຣດຟອມດັ່ງກ່າວຍັງຖືກອອກແບບໃຫ້ສາມາດນໍາໃຊ້ມາເປັນແຫຼ່ງຂໍ້ມູນເສີມສໍາລັບສິດສອນໃນຫ້ອງຮຽນແບບເຊິ່ງໜ້ານໍາອີກ.

ມາຮອດເດືອນມັງກອນປີ 2022, ມີນັກຮຽນຫຼາຍກວ່າ 71,000 ຄົນໄດ້ລົງທະບຽນເຂົ້າຮຽນຢູ່ ຄັງປັນຍາລາວ ເຊິ່ງຕົວເລກນີ້ຍັງຄົງສືບຕໍ່ເພີ່ມຂຶ້ນ

ສິ່ງທ້າທາຍ: ການລະບາດຂອງພະຍາດໄດ້ເຜີຍໃຫ້ເຫັນເຖິງຄວາມທ້າທາຍ ແລະ ຄວາມບໍ່ສະເໝີພາບລະຫວ່າງຜູ້ທີ່ສາມາດເຂົ້າເຖິງເຕັກໂນໂລຊີດິຈິຕ້ອນ ແລະ ຜູ້ທີ່ບໍ່ສາມາດເຂົ້າເຖິງໄດ້ເຊິ່ງລວມເຖິງຊຸມຊົນທີ່ຫ່າງໄກ ແລະ ດ້ອຍໂອກາດ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມມືດ້ານການສຶກສາໄດ້ມຸ່ງໝັ້ນທີ່ຈະແກ້ໄຂບັນຫານີ້ ເພື່ອ ຮັບປະກັນວ່າເດັກນ້ອຍທຸກຄົນຈະສາມາດເຂົ້າເຖິງການຮຽນຮູ້ແບບດິຈິຕ້ອນໄດ້ບໍ່ວ່າພວກເຂົາຈະຢູ່ໃສກໍ່ຕາມຜ່ານແພລດຟອມການຮຽນ-ການສອນດັ່ງກ່າວນີ້.

ການເສີມສ້າງທັກສະດ້ານດິຈິຕ້ອນແກ່ເດັກ ນ້ອຍ, ໄວໜຸ່ມ, ຄູອາຈານ ແລະ ພະນັກງານໃນຂະແໜງການສຶກສາໃນລາວ ແມ່ນມີຄວາມຈຳເປັນຕໍ່ການຮັບປະກັນການເຂົ້າເຖິງການສຶກສາຢ່າງສະເໝີພາບເທົ່າທຽມກັນ ແລະ ເພື່ອເຮັດໃຫ້ມີການນຳໃຊ້ແພລດຟອມ ຄັງປັນຍາລາວ ຢ່າງມີປະສິດທິຜົນ.

ກະຊວງສຶກສາທິການ ແລະ ກິລາ ໄດ້ລິເລີ່ມເປີດການຝຶກອົບຮົມການນຳໃຊ້ຄັງປັນຍາລາວແກ່ຄູອາຈານໃນທົ່ວປະເທດ ທັງແບບສິດສອນໃນຫ້ອງຮຽນ ແລະ ທັງແບບນໍາໃຊ້ເປັນແຫຼ່ງຂໍ້ມູນການຮຽນ-ການສອນສໍາລັບຢູ່ເຮືອນ ເພື່ອຊ່ວຍໃຫ້ການເຂົ້າເຖິງການສຶກສາມີຄວາມຍືດຍຸ່ນຫຼາຍຂຶ້ນ.

“ເປັນການດີທີ່ເຮົາຈະໄດ້ນໍາໃຊ້ ຄັງປັນຍາລາວ ໃນໄລຍະຂອງການລ໋ອກດາວຍ້ອນພະຍາດ ໂຄວິດ-19 ກໍ່ຄືຊ່ວງທີ່ຜູ້ຄົນບໍ່ສາມາດອອກໄປນອກເຮືອນໄດ້. ແອັບດັ່ງກ່າວໃຫ້ຜົນດີຫຼາຍໆຢ່າງໃນການໃຫ້ຄວາມຮູ້ແກ່ພວກເຮົາເພາະນອກຈາກຈະສາມາດນໍາໃຊ້ມາສິດສອນແລ້ວຄັງປັນຍາຍັງຊ່ວຍໃຫ້ເຮົາຮູ້ວິທີຈັດກິດຈະກຳການຮຽນ-ການສອນຕ່າງໆໃຫ້ແກ່ນັກຮຽນ ເຊິ່ງຈະເປັນການຊ່ວຍດຶງດູດໃຫ້ນັກຮຽນຢາກຮູ້ຢາກຮຽນບົດຮຽນນັ້ນໆຫຼາຍຂຶ້ນຕື່ມ. ການຝຶກອົບຮົມຄັ້ງນີ້ຖືເປັນຊຸດທໍາອິດ ແລະ ທຸກໆຄົນລ້ວນມີຄວາມສຸກ ພ້ອມທັງໃຫ້ຄວາມສົນໃຈທີ່ຈະຮຽນຮູ້ເຂົ້າໃຈວິທີນໍາໃຊ້ ຄັງປັນຍາລາວ ໃຫ້ເປັນໄວໆ.”

ຂໍສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ EU, UNICEF ແລະ GPE ທີ່ຊ່ວຍເຫຼືອດ້ານການຈັດຝຶກອົບຮົມ ຄັງປັນຍາລາວ ຜ່ານທາງອອນລາຍ ໂດຍນໍາໃຊ້ຮູບແບບການຝຶກອົບຮົມທາງໄກ ແລະ ແບບປະສົມ. – ເຊິ່ງໄດ້ມີການສະໜອງແທັບເລັດ, ໂທລະພາບ ແລະ ໂປເຈັກເຕີ ໃຫ້ແກ່ ອໍານວຍການໂຮງຮຽນ ແລະ ຄູສອນ ໃນບາງຕົວເມືອງ. – ການຝຶກອົບຮົມດັ່ງກ່າວຖືເປັນການຝຶກອົບຮົມຮູບແບບໃໝ່ສໍາລັບ ສປປ ລາວ.

ສະຫະພາບເອີຣົບ ຍັງສືບຕໍ່ເອົາໃຈໃສ່ ແລະ ເຮັດວຽກຢ່າງໃກ້ຊິດຕິດແທດກັບ ລັດຖະບານລາວ ເພື່ອສະໜັບສະໜູນການປັບຕົວຂອງລະບົບການສຶກສາ ແລະ ການສິດສອນຝຶກອົບຮົມແບບຍືນຍົງ ແລະ ມີປະສິດທິພາບ ເພື່ອກ້າວໄປສູ່ຍຸກດິຈິຕ້ອນພາຍໃຕ້ ກອບແຜນດໍາເນີນງານດ້ານການສຶກສາດິຈິຕ້ອນຂອງ ສະຫະພາບເອີຣົບ (2021-2027).

ໂຄງການສະໜັບສະໜູນງົບປະມານດ້ານການສຶກສາຂອງ EU: ສະຫະພາບເອີຣົບ (EU) ໄດ້ສະໜອງທຶນຈໍານວນ 42,9 ລ້ານເອີໂຣ (515 ຕື້ກີບ) ໃຫ້ແກ່ ສປປ ລາວ ໃນປີ 2021 ເພື່ອໃຊ້ເຂົ້າໃນບັນດາວຽກງານບຸລິມະສິດຂອງຂະແໜງການສຶກສາ ແລະ ໂພຊະນາການ ລວມທັງວຽກງານການຕອບໂຕ້ຕໍ່ຜົນກະທົບຂອງພະຍາດໂຄວິດ-19. ໃນນັ້ນ 26,4 ລ້ານເອີໂຣ (318 ຕື້ກີບ) ໄດ້ຖືກຈັດສັນໃຫ້ແກ່ ໂຄງການສະໜັບສະໜູນງົບປະມານດ້ານການສຶກສາຂອງສະຫະພາບເອີຣົບ ທີ່ສອດຄ່ອງຕາມຍຸດທະສາດການພັດທະນາການສຶກສາ ແລະ ກິລາຂອງລັດຖະບານລາວ ໄລຍະປີ 2021-2025.

ວຽກງານນີ້ຖືເປັນບູລິມະສິດທີ່ EU ກໍາລັງສືບຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມມືດ້ານການສຶກສາ ໃຫ້ສາມາດກ້າວໄປສູ່ການຫັນເປັນດິຈິຕ້ອນເພື່ອສ້າງຜົນປະໂຫຍດໃຫ້ແກ່ເດັກນ້ອຍ, ນັກຮຽນ ແລະ ຄູອາຈານ ທີ່ໄດ້ຮັບຜົນກະທົບຈາກການປິດສະຖາບັນການສຶກສາ ແລະ ເພື່ອເປັນການກະກຽມໃຫ້ແກ່ການກັບຄືນສູ່ໂຮງຮຽນຢ່າງປອດໄພ ແລະ ປະສົບຜົນສຳເລັດໃນທົ່ວປະເທດລາວ.

LEAVE A REPLY

Please enter your comment!
Please enter your name here