ທຳລາຍສິນຄ້າໝົດອາຍຸຈາກ 30 ຮ້ານ ໃນນັ້ນມີຮ້ານຂາຍຢາ 2 ຮ້ານ!

0
1233

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊສະຖານ ຈັດພິທີທຳລາຍສິນຄ້າໝົດອາຍຸ ປະຈໍາປີ 2022.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ສະບັບເລກທີ 02/ສພຊ ລົງວັນທີ 30 ມິຖຸນາ 2010 ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊສະຖານສະບັບເລກທີ 18/ຈມ.ຊຖ, ລົງວັນທີ 8 ກຸມພາ 2022 ວ່າດ້ວຍການອະນຸມັດຈັດພິທີທຳລາຍສິນຄ້າໝົດອາຍຸປະຈໍາປີ 2022 ດັ່ງນັ້ນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊສະຖານ, ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ປະຈໍາປີ 2022 ຂື້ນຢ່າງເປັນທາງການ ໃນວັນທີ 9 ເດືອນ ກຸມພາ ປີ 2022 ນີ້ຢູ່ທີ່ຫ້ອງການດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນໄຊ ໄຊປໍລີ ກໍາມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ ໄຊສະຖານ,ມີຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ,ຄະນະກໍາມະການຄຸ້ມຄອງລາຄາສິນຄ້າຂັ້ນເມືອງເຂົ້າຮ່ວມ.

ໃນພິທີດັ່ງກ່າວຜູ້ເຂົ້າແມ່ນໄດ້ຮັບຟັງບົດລາຍງານຫຍໍ້ໃນການລົງຈັດຕັ້ງປະຕິບັດກວດກາສິນຄ້າໝົດອາຍຸຕາມຫ້າງຮ້ານພາຍໃນເມືອງ ໃນໄລຍະ 1 ປີ ລວມມີບ້ານໄດ້ 5 ບ້ານ,ຮ້ານຂາຍເຄື່ອງທັງໝົດ 28 ຮ້ານ,ຮ້ານຂາຍຢາ 2 ຮ້ານ ,ໄດ້ກວດພົບສິນຄ້າໝົດອາຍຸ 15 ກ່ວາລາຍການ ໃນນັ້ນມີປະເພດເຂົ້າໜົມ,ໝີ່,ນ້ຳອັດລົມ , ປະເພດເຄື່ອງສຳອາງ ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆລວມມູນຄ່າທັງໝົດ 1.055.000 ກີບ.

ແຫຼ່ງຂ່າວ: News.XBL

LEAVE A REPLY

Please enter your comment!
Please enter your name here