ຢາກປະຢັດນໍ້າມັນ ຕ້ອງລອງ!

0
2487

ດັ່ງທີ່ທຸກຄົນຮູ້, ປັດຈຸບັນ ລາຄານໍ້າມັນປັບສູງຂຶ້ນ ໃນບາງເດືອນລາຄານໍ້າມັນກໍປັບຂຶ້ນຫຼາຍເຖິງ 2 ເທື່ອ ເຮັດໃຫ້ຜູ້ຂັບຂີ່ຕ້ອງໄດ້ເພີ່ມເງິນເພື່ອໃສ່ນໍ້າມັນ ເມືື່ອຢາກໄດ້ນໍ້າມັນປະລິມານທີ່ຕົນເອງນັ້ນເຄີຍໃສ່ເປັນປະຈຳ, ເຊິ່ງມື້ນີ້ໂທລະໂຄ່ງມີວິທີງ່າຍໆທີ່ໃຫ້ທຸກຄົນໄດ້ລອງ ເພື່ອຈະຊ່ວຍໃຫ້ລົດຂອງທ່ານປະຢັດນໍ້າມັນຫຼາຍຂຶ້ນ ເຊິ່ງມີດັ່ງນີ້:

1. ໝັ່ນກວດລົມຢາງລົດສະເໝີ: ການປ່ອຍໃຫ້ຢາງລົດອ່ອນຈະເຮັດໃຫ້ເກີດການສຽດສີຫຼາຍຂື້ນ ເຄື່ອງຈັກຈະເຮັດວຽກໜັກ ດັ່ງນັ້ນຈຶ່ງເຮັດໃຫ້ເປືອງນໍ້າມັນກວ່າປົກກະຕິ ສະນັ້ນຄວນກວດລົມລົດຕະຫຼອດ ໂດຍສະເພາະຍາມເດີນທາງໄກ ແລະ ຄວນເຕີມລົມລົດຕາມມາດຕະຖານ ທີ່ກຳນົດທັງລໍ້ໜ້າ ແລະ ລໍ້ຫຼັງ.

2. ຂັບລົດດ້ວຍຄວາມໄວສະໝໍ່າສະເໝີ: ແຮ່ງຂັບໄວແຮ່ງເຮັດໃຫ້ລົດກິນນໍ້າມັນຫຼາຍຂື້ນ ເພາະປົກະຕິລົດສ່ວນໃຫຍ່ຈະປະຢັດນໍ້າມັນ ເມື່ອເຮົາຂີ່ດ້ວຍຄວາມໄວ 50-80 ກິໂລແມັດ/ຊົ່ວໂມງ ແຕ່ຖ້າຫາກຂີ່ກາຍນັ້ນຄວາມໄວກໍ່ຈະເຜົ່າຜານເຊື້ອໄຟເພີ່ມຂື້ນເລື່ອຍໆ.

3. ບໍ່ຄວນເປີດແອເຢັນເກີນໄປ: ຮູ້ບໍ່ວ່າການເຮັດວຽກຂອງເຄື່ອງປັບອາກາດໃນລົດ ມັນດຶງພະລັງງານນໍ້າມັນເຊື້ອໄຟເຖິງ 10 – 20 ສ່ວນຮ້ອຍ ດັ່ງນັ້ນເຮົາຄວນປັບອຸນຫະພູມແອໃຫ້ເໝາະສົມ.

4. ມອດແອກ່ອນຮອດຈຸດໝາຍ: ເມື່ອໃກ້ຈະຮອດຈຸດໝາຍ ປະມານ 100-200 ແມັດ ຄວນມອດແອໄວ້ເລີຍ ເພາະອຸນຫະພູມຍັງຄົງເຢັນຢູ່ ແລະ ເຮັດໃຫ້ປະຢັດນໍ້າມັນເຕີ່ມອີກ.

5. ຄ່ອຍໆອອກລົດເບົາໆ ແລະ ເລັ່ງລົດໃນຍາມຈຳເປັນ: ເມື່ອໃສ່ເກຍລົດແລ້ວ ຄວນຄ່ອຍໆອອກໂຕຢ່າງເບົາທີ່ສຸດ ເພາະການອອກໂຕລົດແຮງເກີນໄປ ເຮັດໃຫ້ເປືອງນໍ້າມັນ ແລະ ຍັງເຮັດໃຫ້ອາໄຫຼ່ຕ່າງໆ ເປແພງໄວກ່ອນກຳນົດ.

6. ເບກໃຫ້ໜ້ອຍທີ່ສຸດ ໃຊ້ການສະລໍແທນ: ການປະເມີນສະຖານະການລວງໜ້າເພື່ອສະລໍລົດ ແທນການເບກບາດດຽວ ເປັນອີກໜຶ່ງວິທີ ທີ່ຊ່ວຍໃນການປະຢັດນໍ້ມັນໄດ້ດີ.

7. ເມື່ອລົດຕິດໃຫ້ໃສ່ເກຍວ່າງ: ຖ້າຢູ່ໃນສະຖານະການລົດຕິດຢ່າງໜາແໜ້ນ ແນະນຳໃຫ້ໃສ່ເກຍວ່າງ ຫຼື ເກຍ N (ຖ້າເກຍໂອໂຕ) ແທນທີ່ຈະໃສ່ເກຍ D ແລ້ວຢຽບເບກປະມ້ຽນ ເພາະເປັນອີກວິທີນີ້ທີ່ຊ່ວຍໃນການປະຢັດນໍ້າມັນ ແລະ ເຮັດໃຫ້ບໍ່ເມື່ອຍຂາ.

8. ບໍ່ຈຳເປັນຕ້ອງຢຽບຄັນເລັ່ງທຸກເທື່ອ: ເມື່ອເຂົ້າເກຍໄປໜ້າ (D) ຫຼື ເກຍ 1 ແລ້ວຄ່ອຍໆປ່ອຍໃຫ້ລົດອອກໂຕໄປເອງໂດຍບໍ່ຕ້ອງຢຽດຄັນເລັ່ງ ວິທີນີ້ໃຊ້ຫຼາຍໃນຍາມລົດຕິດ ເພາະເປັນການປະຢັດນໍ້າມັນໄດ້ດີຄືກັນ.

9. ບໍ່ຄວນບັນທຸກນໍ້າໜັກຫຼາຍເກີນໄປ: ການບັນທຸກນໍ້າໜັກຫຼາຍເກີນຂອບເຂດກຳນົດ ກໍ່ສົ່ງຜົນໃຫ້ເຄື່ອງຈັກເຮັດວຽກໜັກເຊັ່ນກັນ ແລະ ແນ່ນອນວ່າການກິນນໍ້າມັນກໍ່ຫຼາຍຂື້ນ ດັ່ງນັ້ນສິ່ງທີ່ບໍ່ໄດ້ໃຊ້ກໍ່ຄວນເກັບອອກຈາກລົດ.

10. ບໍ່ຄວນເອົາເຄື່ອງໄວ້ເທິງຫຼັງຄາລົດ: ຫຼາຍຄົນມັກໄປທ່ຽວແລ້ວຕິດຕັ້ງຄານໄວ້ເທິງຫຼັງຄາລົດເພື່ອເອົາກະເປົາ ແລະ ເຄື່ອງໄວ້ ແຕ່ຮູ້ບໍ່ວ່າສິ່ງນີ້ເຮັດໃຫ້ສີ້ນເປືອງນໍ້າມັນຢ່າງຫຼວງຫຼາຍ ເພາະມີແຮງຕ້ານຫຼາຍຂື້ນ.

ນອກຈາກວິທີຂ້າງເທິງແລ້ວ ທ່ານເຄີຍລອງໃຊ້ວິທີອື່ນໃນການຊ່ວຍປະຢັດນໍ້່າມັນຕື່ມບໍ່?

ຂໍ້ມູນຈາກ: Laopost

LEAVE A REPLY

Please enter your comment!
Please enter your name here