ກະຊວງການຕ່າງປະເທດຈັດກອງປະຊຸມຕີລາຄາທົບທວນວຽກງານຈັດຕັ້ງ 5 ປີ ແລະ ວາງທິດທາງໃນຕໍ່ໜ້າ

0
1394

ຕອນເຊົ້າຂອງ ວັນທີ 10 ກຸມພາ 2022 ທີ່ ກະຊວງການຕ່າງປະ ເທດ ໄດ້ຈັດກອງປະຊຸມຕີລາຄາທົບທວນວຽກງານຈັດຕັ້ງ 5 ປີຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະ ການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຶ່ງມີບັນດາ ສະຫາຍ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ ແລະ ພະ ນັກງານຫຼັກແຫຼ່ງ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຈໍານວນ 108 ສະຫາຍ, ຍິງ 33 ສະຫາຍ.

ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການຜັນຂະ ຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກເລທີ 04/ຄລສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃຫ້ເປັນຮູບປະທໍາ ໃນວຽກພັກ ແລະ ພະນັກງານ.

ກອງປະຊຸມ ໄດ້ຮັບຟັງບົດລາຍ ງານ ການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານພັກ-ພະ ນັກງານ ໃນ 5 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ, ໃນວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ວຽກ ງານປັບປຸງການຈັດຕັ້ງ, ເປັນຕົ້ນ ຄະນະພັກ ຄະນະນໍາກະຊວງການຕ່າງປະເທດໄດ້ເອົາໃຈໃສ່ຊີ້ນໍານໍາພາທາງດ້ານການເມືອງແນວຄິດ, ເຮັດໃຫ້ສະມາຊິກພັກ-ພະ ນັກງານ ເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ-ລັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ບຸກບືນ ຫ້າວ ຫັນ ໃນການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍ; ໄດ້ສຸມໃສ່ວຽກງານກໍ່ສ້າງພັກ ເຮັດໃຫ້ພັກມີການຈັດຕັ້ງທີ່ເຂັ້ມແຂງ ແລະ ມີແບບແຜນວິທີນໍາພາຕາມຫຼັກການລວມສູນປະຊາທິປະໄຕ ແລະ ສ້າງພັກໄປຕາມທິດສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງໃນປີ 2020 ມີ 20 ໜ່ວຍພັກໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ໃນວຽກພະນັກງານ ກໍ່ໄດ້ມີການປັບປຸງ ແລະ ສ້າງນິຕິກໍາເປັນອັນສະເພາະຂອງກະຊວງການຕ່າງປະເທດ ແລະ ມີການສ້າງພະນັກງານໄປຕາມແຜນກໍານົດພະນັກງານ ທີ່ໄດ້ຜ່ານຂະ ບວນການທາບທາມຢ່າງມີປະ ຊາທິປະໄຕ, ມີການບໍາລຸງ-ກໍ່ສ້າງພະນັກງານ ຊຶ່ງໃນ 5 ປີຜ່ານມາ ໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ 554 ຄົນ, ຍິງ 346 ຄົນ, ກໍ່ສ້າງ ແລະ ຝຶກອົບຮົມທິດ ສະດີການເມືອງຢູ່ພາຍໃນ ແລະ ຕ່າງປະເທດໄດ້ 160 ຄົນ, ຍິງ 55 ຄົນ, ມີການຄຸ້ມຄອງ, ແຕ່ງຕັ້ງ, ສັບຊ້ອນ, ຈັດວາງພະນັກງານ ຢ່າງເປັນລະບົບ, ລວມເຖິງມີການປະເມີນຜົນພະນັກງານຢ່າງເປັນປົກກະຕິ, ມີການປະຕິບັດນະ ໂຍບາຍ ລວມເຖິງປະຕິບັດວິໄນຕໍ່ພະນັກງານທີ່ເສຍທາດຂາດຄຸນ ລະເມີດກົດລະບຽບພັກ ແລະ ກົດໝາຍລັດ. ໃນວຽກງານປັບປຸງການຈັດຕັ້ງ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ປັບປຸງໄປຕາມທິດກະ ທັດຮັດ ແລະ ມີການກໍານົດແບ່ງພາລະບົດບາດຢ່າງຊັດເຈນ ຫຼີກ ເວັ້ນການປະຕິບັດວຽກງານທັບຊ້ອນກັນ, ມາເຖິງປັດຈຸບັນ 8 ກົມ ຈາກທັງໝົດ 17 ກົມ ຂອງກະ ຊວງ ສາມາດສໍາເລັດການປັບປຸງ ການກໍານົດຕໍາແໜ່ງງານແລ້ວ ແລະ ຄາດວ່າ ຈະສູ້ຊົນໃຫ້ສໍາເລັດໃນອະນາຄົດອັນໃກ້ນີ້.

ນອກຈາກນີ້, ບົດລາຍງານຍັງໄດ້ຊີ້ໃຫ້ເຫັນບາງຈຸດທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ວາງທິດ ທາງແຜນການຕໍ່ໜ້າ ຊຶ່ງໄດ້ກໍານົດໜ້າວຽກຕ່າງໆທີ່ສໍາຄັນ ເພື່ອແນໃສ່ເຮັດໃຫ້ວຽກງານພັກ-ພະ ນັກງານ ຂອງກະຊວງການຕ່າງປະ ເທດ ກ້າວເຂົ້າສູ່ຄຸນນະພາບອັນໃໝ່ສູງຂຶ້ນກ່ວາເກົ່າ.

ໃນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານຢ່າງກ້ວາງຂວາງ ແລະ ກົງໄປກົງມາ, ພ້ອມທັງສະເໜີແນະວິທີການ ແລະ ມາດຕະການ ໃນການຍົກສູງຄຸນນະພາບວຽກງານກໍ່ສ້າງພັກ-ພະນັກງານ ຂອງກະຊວງການຕ່າງປະເທດໃນຕໍ່ໜ້າ ແລະ ມີການຮັບຮອງເອົາມະຕິກອງປະຊຸມຢ່າງເປັນເອກະສັນ. ໃນຕອນທ້າຍກອງປະຊຸມ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະ ຊວງການຕ່າງປະເທດ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກບາງບັນຫາ ເປັນຕົ້ນວຽກງານກໍ່ສ້າງພັກ ຕ້ອງການເພີ່ມທະວີການນໍາພາການເມືອງ- ແນວຄິດ ຂອງບັນດາສະຫາຍຄະນະພັກໃຫ້ຫຼາຍຂຶ້ນກວ່າເກົ່າ, ເພື່ອເຮັດໃຫ້ຖັນແຖວພະນັກງານນຳພາ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ ແລະ ແນວຄິດປະທານ ໄກສອນ ພົມວິຫານ ເພື່ອເປັນພື້ນຖານທິດສະດີໃນພາລະກິດປະຕິບັດໜ້າທີ່ວຽກ ງານຂອງຕົນ, ໂດຍຕິດພັນກັບການກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນນໍາພາທີ່ຖືກຕ້ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ ຄະນະ, ແບ່ງວຽກ ໃຫ້ບຸກຄົນຮັບຜິດຊອບ, ມີການຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຢ່າງປົກກະຕິ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ.

ວຽກງານພະນັກງານ ໃຫ້ເອົາໃຈໃສ່ ສືບຕໍ່ກໍ່ສ້າງພະນັກ ງານນຳພາ-ຄຸ້ມຄອງ ແລະ ພະນັກ ງານສືບທອດປ່ຽນແທນຢູ່ແຕ່ລະຂັ້ນ ຢ່າງເປັນລະບົບ ແລະ ຕໍ່ ເນື່ອງ, ເລືອກເຟັ້ນ ແລະ ສັບຊ້ອນພະນັກງານ ດ້ວຍການວາງລະ ບຽບ, ກົນໄກ, ມາດຕະຖານຕໍ່ພະນັກງານນຳພາຄຸ້ມຄອງແຕ່ລະປະເພດໃຫ້ລະອຽດ, ຊັດເຈນ ແລະ ຈະແຈ້ງ; ໃຫ້ເອົາໃຈໃສ່ປະຕິບັດນະໂຍບາຍຢ່າງທົ່ວເຖິງ, ຍຸຕິທໍາ ແລະ ໂປ່ງໃສ ແລະ ຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ໄປຕາມທິດກະທັດຮັດ, ບຸກຄົນໜຶ່ງຮັບຜິດຊອບຫຼາຍວຽກ.

ສຸດທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງກັນ ໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

LEAVE A REPLY

Please enter your comment!
Please enter your name here