ງານມະຫາກຳສົ່ງເສີມແຮງງານລາວ 2022 ຈະຈັດລະຫວ່າງ ວັນທີ 16-20 ມີນາ 2022

0
1244

ວັນທີ 10 ກຸມພາ 2022, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວ ມະຫາກຳສົ່ງເສີມແຮງງານລາວ ປີ 2022

ໂດຍການເປັນ ປະທານ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ)

ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ວັນນະເລກ ເຫຼື້ອງ, ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,

ທ່ານ ນາງ ຈັນເພັງ ມະນີແສງ, ຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານລາວ ພ້ອມຄະນະບໍລິຫານງານສະພາການຄ້າ ແລະ , ສະມາຄົມ, ກຸ່ມທຸລະກິດ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ.

ງານມະຫາກຳສົ່ງເສີມແຮງງານລາວ Lao Employment 2022 ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-20 ມີນາ 2022 ທີ່ ສູນການຄ້າ ວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ໂດຍທາງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ກະຊວງແຮງງານແລະສະຫວັດດີການສັງຄົມ, ກະຊວງສຶກສາທິການແລະກິລາ, ສະຫະພັນກຳມະບານລາວ ໄດ້ຮ່ວມກັນຈັດງານດັ່ງກ່າວຂື້ນມາ. ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ບັນດາແຮງງານທີ່ຫວ່າງງານ ແລະ ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັດ COVID-19 ໂດຍມີສ່ວນຮ່ວມກັບຜູ້ສຳຄັນໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ສູນຝຶກອົບຮົມ, ວິທະຍາໄລເຕັກນິກວິຊາຊີບ, ບໍສັດ ສະມາຄົມທຸລະກິດທີ່ກ່ຽວຂ້ອງ, ອົງກອນຜູ້ໃຫ້ການສະໜັບສະໜູນ ແລະ ຜູ້ໃຊ້ແຮງງານ

ເປົ້າໝາຍ


1. ເປັນງານເປີດກວ້າງ ໃຫ້ຜູ້ປະກອບການ ແລະ ແຮງງານໄດ້ມາພົບປະ-ແລກປ່ຽນ.

2. ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ກັບແຮງງານທີ່ຫວ່າງງານ.

3. ຍົກລະດັບສີມືການເຮັດວຽກຂອງແຮງງານດ້ວຍການຝຶກອົບຮົມຕ່າງໆ.

4. ເປັນເວທີແລກປ່ຽນປະສົບການ ແລະ ເຜີຍແຜ່ແນວທາງໃນການພັດທະນາສີມືແຮງງານ ຂອງຜູ້ ອອກແຮງງານ ແລະ ຜູ້ໃຊ້ແຮງງານ.

5. ເປັນເວທີໃຫ້ນັກສຶກສາໄດ້ມີການແລກປ່ຽນບົດຮຽນ ເພື່ອກຽມເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ.

6. ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານ ແລະ ນະໂຍບາຍທີ່ຕິດພັນການຈ້າງງານ.

ກິດຈະກໍາສໍາຄັນໃນງານ

1. ຮ່ວມສົນທະນາ / ຝຶກອົບຮົມ (ໃຫ້ຄວາມຮູ້, ສ້າງແຮງບັນດານໃຈ)

2. ນັກສຶກສາກຽມເຂົ້າສູ່ຕະຫຼາດແຮງງານ

3. ຊ່ວຍເຫຼືອໃນການພັດທະນາທັກສະດ້ານແຮງງານ ແລະ ຍົກລະດັບສີມືແຮງງານ

4. ງານວາງສະແດງ ແລະ ສາທິດທັກສະດ້ານສີມືແຮງງານ, ເວທີສ້າງສ້າງຄວາມຮັບຮູ້ແກ່ສັງຄົມ

5. ການແຂ່ງຂັນສີມືແຮງງານ ແລະ ປະກາດໂຄງການສົ່ງເສີມສີມືແຮງງານຕ່າງໆ

6. ການພົບປະລະຫວ່າງອົງກອນ, ເຂດເສດຖະກິດ, ຫົວໜ່ວຍທຸລະກິດ ກັບຜູ້ຫວ່າງງານ,ແຮງງານທີ່ສົນໃຈ ແບບເປີດກວ້າງ.

7. ການສະໜັບສະໜູນທຶນການສຶກສາ ເພື່ອສ້າງແຮງງານຄຸນນະພາບ

LEAVE A REPLY

Please enter your comment!
Please enter your name here