ຂະແໜງທ່ອງທ່ຽວໄດ້ມີການພັດທະນາດີຂຶ້ນເປັນກ້າວໆ

0
985

ວຽກງານການທ່ອງທ່ຽວ ເປັນຂະແໜງເສດຖະກິດສຳຄັນໜຶ່ງ ແລະ ເປັນກໍາລັງແຮງຍູ້ດັນ, ຂັບເຄື່ອນການຂະຫຍາຍຕົວເສດຖະກິດຂອງປະເທດ, ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ “ລາວທ່ຽວລາວ” ໃຫ້ຫຼາຍຂຶ້ນ.

ໃນກອງປະຊຸມຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ທີ່ດຳເນີນໃນລະຫວ່າງວັນທີ 10-11 ກຸມພາ 2022, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານວຽກງານພັດທະນາການທ່ອງທ່ຽວຕໍ່ກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວປະເທດ 2021 ວ່າ: ມາຮອດປັດຈຸບັນ, ສະຖານທີ່ທ່ອງທ່ຽວທາງທໍາມະຊາດທົ່ວປະເທດ ມີ 1.145 ແຫ່ງ, ທ່ອງທ່ຽວວັດທະນະທໍາ 534 ແຫ່ງ, ທ່ອງທ່ຽວປະຫວັດສາດ 278 ແຫ່ງ. ຂະນະດຽວກັນ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ຊຶ່ງແຕ່ລະແຂວງກໍໄດ້ມີການປັບປຸງບູລະນະແຫຼ່ງທ່ອງທ່ຽວໃຫ້ມີຄວາມສວຍງາມໜ້າທ່ຽວໜ້າຊົມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໃນນັ້ນ, ແຂວງອຸດົມໄຊ ສໍາເລັດການປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວຖໍ້າຈອມອອງ ມີຄວາມຍາວ 56 ກິໂລແມັດ, ປັບປຸງສິ່ງອໍານວຍຄວາມສະດວກ ແລະ ຂໍ້ມູນຂ່າວສານການທ່ອງທ່ຽວພາຍໃນຖໍ້າຈອມອອງ. ແຂວງຫຼວງພະບາງ ສໍາເລັດການປັບປຸງສິ່ງອໍານວຍຄວາມສະດວກຢູ່ບ້ານຊ່າງໄຫ ແລະ ບ້ານປາກອູ ເມືອງປາກອູ ປັບປຸງທາງຍ່າງພາຍໃນບ້ານ, ຫ້ອງຂໍ້ມູນຂ່າວສານ, ຫ້ອງນໍ້າສາທາລະນະສະອາດອາຊຽນ, ລານຈອດລົດ, ຂັ້ນໄດລົງນໍ້າຂອງ, ປັບປຸງຖໍ້າຕິ່ງ, ທ່າທຽບເຮືອ, ສິ່ງອໍານວຍຄວາມສະດວກພາຍໃນຖໍ້າ). ບ້ານຈ່ານເໜືອ ເມືອງຈອມເພັດ ປັບປຸງສູນສາທິດເຄື່ອງປັ້ນດິນເຜົາ, ສູນວາງສະແດງ, ຫ້ອງນໍ້າມາດຕະຖານອາຊຽນ, ເສັ້ນທາງຍ່າງໃນບ້ານ, ທາງລົງທ່າເຮືອ, ຂົວອູ່ຂ້າມລະຫວ່າງບ້ານຈ່ານເໜືອ ຫາບ້ານຈ່ານໃຕ້ ແລະ ອື່ນໆ. ບ້ານຊຽງແມນ ເມືອງຈອມເພັດ (ປັບປຸງທ່າເຮືອບັກ, ສູນຂໍ້ມູນຂ່າວສານ, ເສັ້ນທາງປູຢາງ 3 ກມ, ຕະຫຼາດຊຸມຊົນ ແລະ ທາງຍ່າງພາຍໃນບ້ານ. ບ້ານນາຍາງ ເມືອງນໍ້າບາກ ໄດ້ປັບປຸງເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ. ແຂວງວຽງຈັນ ໄດ້ເລີ່ມດໍາເນີນການປັບປຸງເສັ້ນທາງເຂົ້າອ່າງນໍ້າງື່ມ 1 ແລະ ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວບໍລິເວນໜ້າອ່າງນໍ້າງື່ມ 1 ເຊັ່ນ: ທ່າເຮືອ, ລານຈອດລົດ, ຮ້ານຂາຍເຄື່ອງ, ຮ້ານອາຫານ, ບ່ອນນັ່ງຫຼິ້ນ ແລະ ອື່ນໆ. ພ້ອມກັນນີ້, ເມືອງວັງວຽງ ໄດ້ເລີ່ມປັບປຸງເສັ້ນທາງເບຕົງເຂົ້າເຖິງນໍ້າຕົກຕາດແກ້ງຍຸຍ ມີຄວາມຍາວ 6 ກິໂລແມັດ ແລະ ສ້າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຢູ່ບໍລິເວນຕາດແກ້ງຍຸຍ, ປັບປຸງເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງສາຍນໍ້າຊອງ ຍາວ 26 ກມ ເປັນທາງປູຢາງ 2 ຊັ້ນ, ສ້າງຂົວຂ້າມນໍ້າຊອງ ຍາວ 80 ແມັດ, ກວ້າງ 11 ແມັດ, ກໍາລັງດໍາເນີນການປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອເມືອງວັງວຽງ ໂດຍການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 1 ແລະ 2 ຈາກທະນາຄານພັດທະນາອາຊີ (ADB).

ກອງປະຊຸມຄງນີ້, ໄດ້ຮັບຮອງເອກະສານດ້ານນະໂຍບາຍການທ່ອງທ່ຽວ 7 ສະບັບຄື: ແຜນພັດທະນາການທ່ອງທ່ຽວຂອງ ສປປ ລາວ ສຳລັບປີ (2021-2025). ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ ຂອງ ສປປ ລາວ; ປຶ້ມແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສໍາລັບ ປີ (2021-2025); ປຶ້ມຄູ່ມືປະເມີນຜົນການທ່ອງທ່ຽວແບບຍືນຍົງຂອງ ສປປ ລາວ; ແຜນພັດທະນາການທ່ອງທ່ຽວ ແຂວງໄຊສົມບູນ ສຳລັບປີ (2021-2025); ປຶ້ມບັນຊີຮຽກການລົງທຶນແຫຼ່ງທ່ອງທ່ຽວບຸລິມະສິດທົ່ວປະເທດ; ສໍາເລັດການຈັດພິມປຶ້ມບົດລາຍງານສະຖິຕິການທ່ອງທ່ຽວປະຈໍາປີ 2020 ເພື່ອລາຍງານສະພາບການທ່ອງທ່ຽວໃນປີຜ່ານມາ. ສຳເລັດການພັດທະນາລະບົບການເກັບກໍາສະຖິຕິ ແລະ ລາຍງານສະຖິຕິນັກທ່ອງທ່ຽວລາວ ພ້ອມທັງຈັດຝຶກອົບຮົມໃຫ້ແກ່ພະນັກງານຂັ້ນສູນກາງ ແລະ ແຂວງເປົ້າໜາຍ; ສຳເລັດການເກັບກຳສະຖິຕິນັກທ່ອງທ່ຽວພາຍໃນລະຫວ່າງເດືອນມັງກອນ-ທັນວາ ປີ 2021. ໄດ້ຈັດກອງປະຊຸມສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 6 ແຂວງພາກກາງ ຄັ້ງທີ X ທີ່ແຂວງໄຊສົມບູນ; ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໃນເດືອນມັງກອນ ປີ 2022 ໃນງານມະຫະກໍາການທ່ອງທ່ຽວອາຊຽນ ທີ່ປະເທດກໍາປູເຈຍຄື: ລາງວັນເມືອງທ່ອງທ່ຽວສະອາດອາຊຽນ ຈໍານວນ 3 ລາງວັນຄື:

ນະຄອນ-ຫຼວງພະບາງ, ນະຄອນປາກເຊ ແລະ ເມືອງວຽງໄຊ; ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນໃນເດືອນມັງກອນ ປີ 2022 ທີ່ປະເທດກຳປູເຈຍ ຄື: ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນໃນເຂດຊົນນະບົດ ແມ່ນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນໃນເຂດຕົວເມືອງ, ນໍ້າຕົກຕາດເຍືອງ ແຂວງຈໍາປາສັກ. ໄດ້ສໍາເລັດການລົງເກັບກໍາຂໍ້ມູນຄຸນລັກສະນະນັກທ່ອງທ່ຽວພາຍໃນຢູ່ແຂວງເປົ້າໝາຍຈໍານວນໜຶ່ງ, ໄດ້ຊຸກຍູ້ ແລະ ສະໜອງງົບປະມານ ຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງ ທ່ຽວໄລຍະ 1 ແລະ ໄລຍະ 2 ໃຫ້ບັນດາແຂວງ ໂຄງການ ເພື່ອສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກທຸລະກິດປັບປຸງສະຖານທີ່ທ່ອງທ່ຽວບຸລິມະສິດ ໃຫ້ມີຄວາມພ້ອມໃນການເປີດບໍລິການຕ້ອນຮັບນັກທ່ອງທ່ຽວຄືນໃໝ່ 21 ແຫ່ງຄື: ແຂວງອຸດົມໄຊ, ຫຼວງພະບາງ, ຄໍາມ່ວນ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ. ຄຽງຄູ່ກັນນັ້ນ ກໍໄດ້ສໍາເລັດການຈັດກອງປະຊຸມຕ່າງໆເຊັ່ນ: ກອງປະຊຸມປຶກສາຫາລືຮ່ວມກັບພະແນກ ຖວທ 4 ແຂວງພາກໃຕ້ ກຳນົດກິດຈະກໍາ ແລະ ຜັນຂະຫຍາຍແຜນພັດທະນາການທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ລາວ-ຫວຽດນາມ-ກໍາປູເຈຍ (CLV DTA) ສໍາລັບປີ (2022-2025); ກອງປະຊຸມກັບບັນດາແຂວງເປົ້າໝາຍ ຈາກພາກລັດ ແລະ ພາກທຸລະກິດ ເພື່ອກະກຽມເປີດການທ່ອງທ່ຽວໃນເຂດພື້ນທີ່ສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ; ຈັດກອງປະຊຸມກັບບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຜ່ານທາງອອນລາຍ ເພື່ອເຜີຍແຜ່ມາດຕະ ຖານການທ່ອງທ່ຽວອາຊຽນເຊັ່ນ: ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ. ກອງປະຊຸມທາງໄກຮ່ວມກັບອົງການທ່ອງທ່ຽວໂລກ ກ່ຽວກັບການທ່ອງທ່ຽວພາຍໃນ ເພື່ອຊ່ວຍຟື້ນຟູການທ່ອງທ່ຽວ. ກອງປະຊຸມທາງໄກກັບຝ່າຍໄທ ກ່ຽວກັບແຜນລະອຽດ ກິດຈະກໍາການທ່ອງທ່ຽວແບບອະນຸລັກ ພາຍໃຕ້ໂຄງການ (Project on Eco-tourism); ກອງປະຊຸມທາງໄກວິຊາການທ່ອງທ່ຽວ ຄັ້ງທີ 48 ແລະ ກອງປະຊຸມກັບຫ້ອງການຜູ້ປະສານງານການທ່ອງທ່ຽວລຸ່ມແມ່ນໍ້າຂອງ. ກອງປະຊຸມສຳມະນາທາງໄກກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ການພັດທະນາການທ່ອງທ່ຽວໃນເຂດຊົນນະບົດ

ໂດຍ: ບຸນອູ້ມ ກອງແກ້ວມະນີວົງ

LEAVE A REPLY

Please enter your comment!
Please enter your name here