ຈຳປາສັກຈະຈັດງານວັດພູ ພ້ອມອີກ 3 ກິດຈະກຳສຳຄັນໃນເດືອນກຸມພານີ້

0
980

ໃນວັນທີ 11 ກຸມພາ 2022ນີ້ ຢູ່ທີ່ ຫ້ອງວ່າການແຂວງຈຳປາສັກ ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກໄດ້ຖະແຫຼງຕໍ່ສື່ມວນຊົນ ໂດຍກ່າວວ່າ: ແຂວງຈຳປາສັກຈະຈັດ 4 ກິດຈະກຳສຳຄັນ ໃນເດືອນກຸມພານີ້.

ເປັນຕົ້ນແມ່ນກິດຈະກຳ ທີ 1. ການປູກຕົ້ນດອກຈຳປາ 1,565 ຕົ້ນໃສ່ບໍລິເວນວັດພູມໍລະດົກໂລກແຫ່ງທີ 2 ຂອງລາວ ໃນວັນທີ 12 ກຸມພາ.

ກິດຈະກຳທີ 2. ແມ່ນງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ມໍລະດົກໂລກ ຈະໄດ້ຈັດຂື້ນນັບແຕ່ວັນທີ 14-16 ກຸມພາ 2022.

ກິດຈະກຳທີ 3. ແມ່ນງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2022 ຈະໄດ້ຈັດຂຶ້ນ ນັບແຕ່ວັນທີ 17 – 19 ກຸມພາ 2022.

ກິດຈະກຳທີ 4. ແມ່ນພິທີປະກາດອຸດທະຍານແຫ່ງຊາດ 2 ແຫ່ງ ຄື: ອຸດທະຍານແຫ່ງຊາດ ດົງຫົວສາວ ແລະ ອຸດທະຍານແຫ່ງຊາດ ເຊປຽນ ເຊິ່ງຈະໄດ້ຈັດຂຶ້ນ ໃນວັນທີ 17 ກຸມພາ 2022.

ໃນພິທີເປີດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ, ທ່ານ ເຈົ້າແຂວງໆຈຳປາສັກໄດ້ກ່າວເຖິງຄວາມສຳຄັນ ແລະຈຸດປະສົງ ແຕ່ລະກີດຈະກຳຂອງງານອີກດ້ວຍ.

ແຫຼ່ງຂ່າວ: ສະຖານີວິທະຍຸແຂວງຈຳປາສັກ

LEAVE A REPLY

Please enter your comment!
Please enter your name here