ຈົ່ງມີສະຕິຕໍ່ການໂຄສະນາເກີນຄວາມເປັນຈິງ ທີ່ຊັກຊວນລົງທຶນທີ່ໃຫ້ຜົນຕອບແທນສູງ!

0
2379

ທະນາຄານແຫ່ງ ສປປ ລາວ ອອກໜັງສືແຈ້ງການ ເຖິງ: ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ.  ເລື່ອງ: ເພີ່ມທະວີຄວາມມີສະຕິລະວັງຕົວ ແລະ ປ້ອງກັນຄວາມສ່ຽງ ໃນການລົງທຶນໃນທຸລະກິດທີ່ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ. (ລາຍລະອຽດໃນໃບແຈ້ງການ)

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງການມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ ແລະ ທະຫານຕໍາຫຼວດ ຕະຫຼອດຮອດຄົນຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ຈົ່ງມີສະຕິຕໍ່ການໂຄສະນາເກີນຄວາມເປັນຈິງ ທີ່ຊັກຊວນລົງທຶນທີ່ໃຫ້ຜົນຕອບແທນສູງ ເປັນຕົ້ນ ການຊື້ວັດຖຸມີຄ່າປະເພດຄໍາ, ເງິນ, ເພັດ, ພອຍ, ວັດຖຸໂບຮານ ຫຼື ສິ່ງທີ່ມີມູນຄ່າສູງຂອງບຸກຄົນ, ກຸ່ມຄົນ, ນິຕິບຸກຄົນ ຫຼື ອົງກອນ. ພ້ອມນັ້ນ ກໍໃຫ້ເພີ່ມການຊອກຮູ້ຂໍ້ມູນຂ່າວສານ ທີ່ ຮອບຄອບ, ພຽງພໍໃຫ້ແກ່ການຕັດສິນໃຈຂອງຕົນກ່ອນການລົງທຶນໃນໂຄງການໃດຫນຶ່ງ, ຮູບແບບການລົງທຶນໃດ ຫນຶ່ງເພື່ອຫຼີກລ້ຽງຄວາມສ່ຽງຕໍ່ຊັບສິນ ແລະ ທຶນຮອນຂອງພໍ່ແມ່ປະຊາຊົນ.

LEAVE A REPLY

Please enter your comment!
Please enter your name here