ງານບຸນນະມັດສະການຜາສາດຫີນວັດພູ​ຈໍາປາສັກ ເປີດຂຶ້ນຢ່າງເປັນທາງການ!

0
1397

ຄະນະພັກ​ -​ ອົງການປົກຄອງແຂວງ​ຈໍາປາສັກ​ ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງແຂວງ ໄດ້ຈັດງານບຸນນະມັດສະການຜາສາດຫີນວັດພູ​ ຈໍາປາສັກ ມໍລະດົກໂລກ ແຫ່ງທີ​ II​​ ຂຶ້ນໃນ​ວັນທີ​ 13​ ກຸມພາ​ ຜ່ານ​ມາ ຢູ່ບໍລິເວນເດີ່ນທາງຂຶ້ນຜາສາດຫີນວັດພູ ໂດຍການເຂົ້າຮ່ວມຂອງ ພະອາຈານ​ ສຸວັນ ຈັນທະຣາຊ ກໍາມະການສູນກາງ ອພສ​ ປະທານ​ ອພສ​ ແຂວງ,​ ທ່ານ​ ວິໄລວົງ​ ບຸດ​ດາ​ຄໍາ​ ເຈົ້າແຂວງ​ຈໍາປາສັກ​ ປະທານ​ຈັດງານ​ ພ້ອມພັນລະຍາ ແລະ ຄະ​ນະ, ຕະຫຼອດ​ຮອດພໍ່ແມ່ປະຊາຊົນ​ຊາວແຂວງຈໍາປາສັກເຂົ້າຮ່ວມ.

ໃນພິທີ​ ທ່ານ​ ສະຫວາດ​ ແກ້ວບັນດິດ​ ເຈົ້າເມືອງ​ຈໍາປາສັກ​ ໄດ້ກ່າວລາຍງານການຈັດງານບຸນນະມັດສະຜາສາດຫີນວັດພູ ປະຈໍາປີ 2022 ວ່າ: ການກະກຽມຈັດງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປີ 2022​ ພວກເຮົາ​ໄດ້ຈັດກິດຈະກໍາປູກຕົ້ນດອກຈຳປາ ເພື່ອເປັນສວນອຸດທິຍານປະດັບເອ້ສະຖານທີ່ປູສະນີຍະສະຖານແຫ່ງນີ້ ຕິດພັນກັບການຈັດງານພຸດທະສາສະນະກິດ ເພື່ອຮັກສາຮີດຄອງປະເພນີ,​ ວັດທະນະທໍາອັນດີງາມຂອງ ຊາດ ຂອງທ້ອງຖິ່ນ. ພິເສດ ປີນີ້, ໄດ້ມີການຈັດຕັ້ງພັກ​ – ລັດ​ ຂອງແຂວງ, ເມືອງ, ນະຄອນປາກເຊ ໄດ້ເປັນເຈົ້າພາບເຈົ້າສັດທາ ຮ່ວມກັນສ້າງກອງບຸນຂຶ້ນ ຈຳນວນ 11 ກອງ ເພື່ອອຸທິດເຖິງບັນພະບູລຸດ, ພໍ່ແມ່, ຄູບາ​ -​ ອາຈານ, ເຈົ້າຖິ່ນເຈົ້າຖານ, ເຈົ້າແມ່ທໍລະນີ, ເຈົ້າກຳນາຍເວນ ເພື່ອເປັນສິລິມຸງຄຸນ ແກ່ຄອບຄົວທຸກໆທ່ານດ້ວຍກັນ.​ ຈາກນັ້ນ, ທ່ານ​ ວິໄລວົງ​ ບຸດ​ດາ​ຄໍາ​ ໄດ້ກ່າວເປີດງານ ບາງຕອນທ່ານກ່າວວ່າ: ພວກເຮົາເຫັນໄດ້ຄຸນຄ່າອັນໂດດເດັ່ນຂອງສະຖານບູຮານວັດພູຈໍາປາສັກ, ລັດຖະບານ ແລະ ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ປົກປັກຮັກສາ, ບູລະນະ ແລະ ປະຕິສັງຂອນ ໃຫ້ເພີ່ມຄຸມຄ່າມໍລະດົກຍິ່ງຂຶ້ນຕະຫຼອດມາ ໂດຍດຶງດູດການຊ່ວຍເຫຼືອແຫຼ່ງທຶນທັງພາຍໃນ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດໃນໂລກຢ່າງກວ້າງຂວາງ ຈຶ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາກາບໄຫວ້, ສຶກສາຄົ້ນຄວ້າ, ທ່ອງທ່ຽວນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ.​

ໃນ​ໂອ​ກາດນີ້, ຂໍເຊີນຊວນບັນດາທ່ານທ່ຽວຊົມ ຫໍວາງສະແດງວັດຖຸບູຮານ, ປະຫວັດການກໍ່ສ້າງຜາສາດຫີນວັດພູ, ທ່ຽວງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ​ ທີ່ມີຫຼາຍຜະລິດຕະພັນ ທັງພາຍໃນ ແລະ​ ຕ່າງປະເທດ, ຊົມການແຂ່ງຂັນກິລາພື້ນເມືອງ, ຊົມສິລະປະດົນຕີ, ຮັບປະທານອາຫານທ້ອງຖິ່ນເອກະລັກເມືອງຈໍາປາສັກ ເຊັ່ນ: ເຂົ້າຫຼາມ,​ ປີ້ງໄກ່,​ ຕົ້ມໄກ່ໃສ່ໄຂ່ມົດແດງ, ນະມັດສະການກາບໄຫວ້,​ ບູຊາພະພຸດທະຮູບ.​

ໃນຄ່ຳຄືນວັນທີ 15 ຈະມີພິທີທາງສາສະໜາ, ໄຫວ້ພະ,​ ຮັບ​ສິນ,​ ຟັງທຳ ສູດປະລິຕະມຸງຄຸນ ແລະ ໃນຕອນເຊົ້າ​ ເລີ່ມແຕ່ເວລາ 6:3​0 ໂມງ​ ຈະມີພິທີທໍາບຸນໃສ່ບາດ​ ແລະ​ ຖວາຍສັງຄະທານ ແດ່ພະສົງ 100 ອົງ. ຕໍ່ມາ,​ ປະທານ, ຄະນະປະທານ ແລະ ແຂກຖືກເຊີນ ກໍໄດ້ເປັນກຽດຕີຄ້ອງໄຊ 9 ບາດ ເພື່ອເປີດງານ ຢ່າງເປັນທາງການ​.

ແຫຼ່ງຂໍ້ມູນ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here