ຄໍາມ່ວນ ກຽມພ້ອມ​ຈັດງານບຸນນະມັດສະການ ພຣະທາດສີໂຄດຕະບອງ

0
1483

ປະຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ ຜ່ອນຄາຍລົງຫຼາຍແລ້ວ, ແຂວງ ຄຳມ່ວນຈຶ່ງໄດ້ກະກຽມຈັດງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2022 ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ອະນຸລັກ​ຮັກສາ​ຮີດຄອງປະ​ເພນີອັນ​ດີງາມ​ຂອງ​ຊາດ ​ເວົ້າ​ລວມ​ ​ເວົ້າ​ສະ​ເພາະ​ ປະຊາຊົນ​ລາວ​ບັນດາ​ເຜົ່າ​ຊາວ​ເມືອງ​ທ່າ​ແຂກ ທີ່​ໄດ້​ສືບ​ທອດ​ກັນມາ​ແຕ່​ບູຮານ​ນະ​ການໃຫ້​ຄົງ​ຢູ່​ກັບ​ສັງ​ຄົມ​ລາວ​ຕະຫຼອດ​ໄປ ແລະ ເພື່ອເປັນການຟື້ນຟູການທ່ອງທ່ຽວພາຍໃນແຂວງ, ກະກຽມໃສ່ເປີດການທ່ອງທ່ຽວສີຂຽວ ໄລຍະ 2 ຂອງລັດຖະບານ.

ທ່ານ ​ແກ້ວ​ລັນ​ດອນ ຈັນທະ​ປານີ ​ເຈົ້າ​ເມືອງທ່າ​ແຂກ ​ຮອງ​ປະທານ​ຈັດ​ງານ​ບຸນ​ນະມັດສະການ​ພຣະທາດ​ສີ​ໂຄດ​ຕະບອງ ​ປະຈຳ​ປີ 2022 ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນຊົນທ້ອງ​ຖິ່ນ​ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຈັດງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2022 ໂດຍໄດ້ປຶກສາຫາລືຮ່ວມກັນ ແລະ ແບ່ງຄວາມຮັບຜິດຊອບແຕ່ລະອະນຸກຳ​ມະ​ການ ​ຊຶ່ງມີຄວາມພ້ອມແລ້ວ ໂດຍ​ສະ​ເພາະພື້ນຖານ​ໂຄງ​ລ່າງກໍຄືສະຖານທີ່ພາຍໃນ ແລະ ພາຍນອກງານ​​ແມ່ນໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງໃນການປັບປຸງປົວແປງເສັ້ນທາງເລກທີ 11, ສ້ອມແປງບາງຈຸດ ແລະ ອະນາໄມເດີ່ນຢູ່ບໍລິເວນເດີ່ນພຣະທາດ.

ສຳລັບ​ກິດຈະກຳລະອຽດຂອງການຈັດງານບຸນ​​ແມ່ນ​​ໃນ​ລະຫວ່າງວັນ​ທີ 14 – 16 ກຸມພາ 2022 ​​ຊຶ່ງໃນວັນທີ 14 ກົງ​ກັບ​ມື້ຂຶ້ນ 13 ຄໍ່າ​ ມີພິທີຕັກບາດຖວາຍສັງຄະທານຢູ່ ຫໍພຣະຍາສີໂຄດຕະບອງ, ຕອນບ່າຍຈະໄດ້ມີການແຂ່ງຂັນກິລາປະເພດຕ່າງໆ, ການເສັງກອງແຕ້ – ກອງຈິງ ແລະ ຕອນກາງຄືນມີການສະແດງ​ສິລະປະ – ວັນນະຄະດີ, ການປະກວດຂັບລຳມະຫາໄຊທີ່ມາຈາກບັນດາເມືອງ ແລະ ຄົບງັນຕາມຮີດຄອງປະເພນີ. ວັນທີ 15 ຂຶ້ນ 14 ຄໍ່າ ​ເລີ່​ມ​ແຕ່​ເວລາ 13 ​ໂມງ ເຕົ້າໂຮມມວນຊົນເມືອງທ່າແຂກ ຢູ່ເດີ່ນຫ້ອງວ່າການເມືອງ​​ກະກຽມ​ແຫ່​ຜາສາດ​ເຜິ້ງ​ໄປຫາ​ພຣະ​ທາດສີໂຄດຕະບອງ ພ້ອມທັງດຳເນີນພິທີທາງສາສະໜາ ຕາມຮີດຄອງປະເພນີ, ຮັບຊົມການເສັງກອງແຕ້ – ກອງຈິງຮອບຊີງຊະນະເລີດ ແລະ ກິລາປະເພດຕ່າງໆ, ກາງຄືນມີການຄົບງັນຕາມຮີດຄອງປະເພນີ ​ແລະ ​ໃນ​ວັນ​ທີ 16 ຂຶ້ນ 15 ຄໍ່າ ​ແມ່ນ​ຈະ​ໄດ້​ຕັກບາດ​ຖວາຍ​ສັງຄະ​ທານ​ແດ່ພະສົງສຳມະເນນ, ຕອນບ່າຍຮັບຊົມການແຂ່ງຂັນກິລາປະເພດຕ່າງໆ ຮອບຊີງສະນະເລີດ, ກາງຄືນມີການວຽນທຽນຄົບງັນຕາມຮີດຄອງປະເພນີ.

ພິ​ເສດໃນປີນີ້, ທ່ານເຈົ້າແຂວງ ໄດ້ສົມທົບກັບການນຳແຂວງ – ເມືອງ ຕັ້ງ​ກອງຜ້າປ່າສາມັກຄີເພື່ອທອດຖວາຍໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ເພື່ອເປັນການສົມທົບທຶນໃນການສ້າງສາລາໂຮງທຳໃນບໍລິເວນເດີ່ນພຣະທາດ.

ສ່ວນກິດຈະກຳວາງສະແດງ ແລະ ຂາຍສິນຄ້າແມ່ນຈະໄດ້ເຊື້ອເຊີນບັນດາເມືອງທີ່ເປັນຕົວແທນຂອງແຂວງຈຳນວນ 10 ເມືອງ ແລະ ຫົວໜ່ວຍບໍລິສັດຫ້າງຮ້ານມາວາງສະແດງ ແລະ ຂາຍສິນຄ້າທັງພາຍໃນ ແລະ ຕ່າງແຂວງ. ສຳລັບເຮືອນຊົງລາວຈະໄດ້ມອບໃຫ້ບັນດາ 10 ຕົວເມືອງນຳເອົາ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າມາວາງຂາຍ. ​

ດັ່ງນັ້ນ, ຈຶ່ງຂໍ​ເຊີນຊວນ​ບັນດາ​ພໍ່​ແມ່ ​ພີ່ນ້ອງ​ ປະຊາຊົນລາວ​ບັນດາ​ເຜົ່າ​ ຮ່ວມ​​ເປັນ​ເຈົ້າພາບ, ​ເຈົ້າສັດທາ ​ແລະ ຂໍຮຽກຮ້ອງ​ມາ​ຍັງ​ພໍ່​ແມ່​ປະຊາຊົນ​ລວມ​ເຖິງ​ຜູ້​ທີ່​ຈະ​ເຂົ້າມາ​ຮ່ວມ​ໃນ​ງານ​ບຸນ​ໃຫ້​ເປັນ​ເຈົ້າການ​ໃນ​ການ​ປ້ອງ​ກັນ​​ໂຕ​ເອງ ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ດ້ວຍ​ການ​ໃສ່​ຜ້າ​ປິດ​ປາກ – ດັງ, ການຮັກສາໄລຍະຫ່າງ ​ແລະ ເປັນ​ເຈົ້າການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຄວາມ​ເປັນ​ລະຽບຮຽບຮ້ອຍ ​ເພື່ອ​ຮັບປະກັນ​ການ​ດຳ​ເນີນ​ງານ​ບຸນ​ປະ​ເພນີ​ຄັ້ງນີ້​ໃຫ້​ມີ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ແຫຼ່ງຂໍ້ມູນ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here