ຜູ້ໂດຍສານຢາກໃຫ້ບໍລິສັດທາງລົດໄຟລາວ-ຈີນ ແກ້ໄຂບັນຫາການຊື້ປີ້ຂອງພະນັກງານປະຈຳສະຖານີໄວ້ໃຫ້ຄົນຕົນເອງ

0
4000

ດັ່ງທີ່ເຮົາເຫັນປັດຈຸບັນ, ການຊື້ປີ້ລົດໄຟຍັງເປັນສິ່ງທ້າທາຍສຳລັບຜູ້ໂດຍສານທີ່ຕ້ອງການຊື້ປີ້ເພື່ອເດີນທາງໄປແຂວງທີ່ຕົນຕ້ອງການເດີນທາງໄປ ເພາະເມື່ອທຽບກັບເດີນທາງດ້ວຍລົດເມ ແລະ ລົດສ່ວນໂຕ ແມ່ນເຫັນໄດ້ວ່າການຂີ່ລົດໄຟແມ່ນປະຢັດເວລາຫຼາຍ.

ເມື່ອບໍ່ດົນມານີ້, ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ພົບເຫັນພະນັກງານປ້ອງກັນ, ເຈົ້າຫນ້າທີ່ຕໍາຫຼວດ, ພະນັກງານບໍລິສັດທ່ອງທ່ຽວ ລວມທັງພະນັກງານໂຮງແຮມຈໍານວນຫນຶ່ງທີ່ປະຈໍາຢູ່ສະຖານີລົດໄຟລາວ-ຈີນບາງແຫ່ງທີ່ຮັບແລ່ນຊື້ປີ້ລົດໄຟລ່ວງຫນ້າໃຫ້ຄົນຕົນເອງ ຫຼື ຜູ້ທີ່ີຮູ້ຈັກໂດຍບໍ່ຈໍາເປັນມາຊື້ດ້ວຍຕົວເອງ ເຊິ່ງມີການຮັບເອົາຄ່າບໍລິການ 30.000 – 50.000 ກີບ/ຄົນ.

ບັນຫາດັ່ງກ່າວແມ່ນໄດ້ມີຜູ້ ໂດຍສານຈໍານວນຫຼາຍໄດ້ລາຍງານມາຍັງຫນັງສືພິມວຽງຈັນທາຍ ເພື່ອໃຫ້ອອກຂ່າວ ແລະ ຕ້ອງການໃຫ້ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວດ່ວນ.

ສະເພາະກ່ອນທີ່ຂີ່ລົດໄຟ ລາວ-ຈີນ ຜູ້ໂດຍສານຕ້ອງໄດ້ຈອງປີ້ລ່ວງຫນ້າ 3 ວັນ ໂດຍໃຊ້ເວລາໃນການລຽນຄິວບໍ່ຕໍ່າກວ່າ 2-3 ຊົ່ວໂມງ ແຕ່ເມື່ອຮອດຄິວ ພະນັກງານຂາຍປີ້ພັດເວົ້າວ່າປີ້ໝົດແລ້ວ, ທັງທີ່ຜູ້ທີ່ມາລຽນຄິວຊື້ປີ້ນັ້ນກໍ່ມີໜ້ອຍກວ່າຈໍານວນປີ້ທີ່ໃຫ້ຈອງໃນແຕ່ລະວັນ.

ນອກນັ້ນ, ຍັງມີຜູ້ໂດຍສານຈໍານວນຫຼາຍທີ່ມາແຕ່ 6 ໂມງເຊົ້າ ກໍຍັງບໍ່ສາມາດຊື້ປີໄດ້ ຍ້ອນວ່າພະນັກງານດັ່ງກ່າວ ມີການຊື້ປີ້ລ່ວງຫນ້າໄວ້ໃຫ້ຄົນຂອງເຂົາເຈົ້າກ່ອນແລ້ວ.

LEAVE A REPLY

Please enter your comment!
Please enter your name here