ກັກມົ້ວສຸມ 5 ຄ້າຂາຍຢາບ້າ 2 ຄົນ ເຂດບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ

0
2932

ຕາມການລາຍນງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 13: 00 ໂມງ, ວັນທີ 9 ກຸມພາ 2022 ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ: ມີກຸ່ມຄົນເຄື່ອນໄຫວຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນວ, ຈາກນັ້ນ ກອງບັນຊາການ ປກສ ເມືອງຈັນ ທະບູລີ ສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ເຂົ້າກັກຕົວ ທ້າວ ແສງແກ້ວ ອາຍຸ 43 ປີ ກຳມະກອນ ຢູ່ບ້ານໂພນຕ້ອງຈອມມະນີ, ທ້າວ ຊ້າງນ້ອຍ ອາຍຸ 23 ປີ ກຳມະກອນ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ແລະ ພວກມົ້ວສຸມເສບອີກ 5 ຄົນ.

ພັທ ພົມມີ ແສນຈົ່ງຮັກ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຈັນທະບູລີ ນວ ສົບທົບກັບ ປກສ ກຸ່ມ 4 ແລະ ອຳນາດການປົກຄອງບ້ານໂພນຕ້ອງຈອມມະນີ ລົງແກ້ໄຂຈຸດຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ພາຍຫຼັງໄດ້ຮັບແຈ້ງ ຈິ່ງທຳການແກ້ໄຂ ສາມາດກັກຕົວ ທ້າວ ແສງແກ້ວ ກວດຄົ້ນ ພົບເຫັນ ຢາບ້າ 11,436 ເມັດ, ຢາໄອ້ 3,1 ກຼາມ ແລະ ທ້າວ ຊ້າງນ້ອຍ ພົບເຫັນ ຢາບ້າ 295 ເມັດ ມາດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ແສງແກ້ວ ແລະ ທ້າວ ຊ້າງນ້ອຍ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ພວກຕົນ ໄດ້ເຄື່ອນໄຫວຄ້າຂາຍຢາບ້າ ແລະ ຢາໄອ້ ມາແຕ່ເດືອນກັນຍາ ປີ 2021 ຫຼາຍຄັ້ງ ແລະ ຂອງກາງ ທີ່ເຈົ້າໜ້າທີ່ກວດພົບໃນເວລາເຂົ້າກັກຕົວ ເປັນຂອງພວກກ່ຽວແທ້ ຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ແນ່ນອນ. ປັດຈຸບັນເຈົ້າໜ້າທີ່ ພວກສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການຄ້າຂາຍຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ; ຕໍ່ກັບກຸ່ມມົ້ວສຸມທັງ 5 ຄົນເຈົ້າໜ້າທີ່ ໄດ້ສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງຄຸ້ມຄອງ ແລະ ຄວບຄຸມການປະພຶດຕໍ່ໄປ

LEAVE A REPLY

Please enter your comment!
Please enter your name here