ລາວຈະມີແຜນຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11​ ປີ

0
1743

ອີງຕາມບົດຖະແຫຼງຂ່າວຈາກຄະນະສະເພາະກິດປະຈຳວັນທີີ 15 ກຸມພາ 2022 ເຊິ່ງຖະແຫຼງຂ່າວໂດຍ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ເລີ່ມຈາກຕົ້ນເດືອນມີນາ ຈະມີການຂະຫຍາຍການສັກວັກຊິນໃນກຸ່ມອາຍຸ 6 ຫາ 11​ປີ.

ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4.823.889 (ອັດຕາປົກຄຸມ 65,74 %) ແລະ ທຸກເຂັມທີ່ແນະນໍາ 4.245.954 (ອັດຕາປົກຄຸມ 57,86 %)

ເມື່ອບໍ່ດົນມານີ້, ດຣ ນາງ ຈັນໃສ ປະທໍາມະວົງ, ຮອງຫົວໜ້າໂຄງການສັກຢາແຫ່ງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ເດັກນ້ອຍໃນກຸ່ມອາຍຸລະຫວ່າງ 6-11 ປີ ໃນຄັ້ງນີ້ ແມ່ນໄດ້ຖອດຖອນບົດຮຽນຈາກຕ່າງປະເທດທີ່ສັກວັກຊີນດັ່ງກ່າວໃຫ້ເດັກນ້ອຍມາແລ້ວ, ລວມເຖີງຖອດຖອນບົດຮຽນຈາກການທົດລອງສັກວັກຊີນໃຫ້ເດັກນ້ອຍຢູ່ແຂວງຜົ້ງສາລີ ທີ່ດໍາເນີນມາກ່ອນໜ້ານີ້ເຊັ່ນດຽວກັນ.

ສໍາລັບເດັກໃນກຸ່ມເປົ້າໝາຍທີ່ຈະສັກໃນຄັ້ງນີ້ ທົ່ວປະເທດ ມີ 957.042 ຄົນ. ສ່ວນວັກຊີນທີ່ຈະນໍາມາສັກ ແມ່ນມີພຽງພໍກັບຄວາມຕ້ອງການ ເພາະມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫລືອວັກຊີນປ້ອງກັນພະຍາດໂຄວິດ-19 ຫລາຍຊະນິດຈາກຕ່າງປະ ເທດ ແລະ ອົງການຈັດຕັ້ງສາກົນ ທັງຮູບແບບຊ່ວຍເຫລືອໂດຍກົງ ແລະ ການຊ່ວຍເຫລືອຜ່ານໂຄງການໂຄແວັກ ຫລາຍກວ່າ 18 ລ້ານໂດສ. ດຣ ນາງ ຈັນໃສ ປະທໍາມະວົງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ ແລະ ຜູ້ປົກຄອງນໍາເອົາລູກຫລານທີ່ຢູ່ໃນເກນອາຍຸດັ່ງກ່າວ ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ຈຸດບໍລິການຕ່າງໆ ເມື່ອຄະນະສະເພາະກິດແຕ່ລະທ້ອງຖິ່ນທົ່ວປະເທດເປີດສັກຕົວຈິງພາຍໃນຕົ້ນ ເດືອນມີນາ ທີ່ຈະມາເຖີງນີ້ ເພື່ອສ້າງພູມຄຸ້ມກັນພະຍາດດັ່ງກ່າວໃຫ້ແກ່ເດັກນ້ອຍ, ທັງເປັນການປະກອບສ່ວນເຮັດໃຫ້ອັດຕາການສັກວັກຊີນຢູ່ລາວ ບັນລຸຫລາຍກວ່າ 80% ພາຍໃນປີ 2022.

LEAVE A REPLY

Please enter your comment!
Please enter your name here