ອົງການກາແດງລົງມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກຄອບຄົວຖືກໄຟໃໝ້

0
1111

ໃນຕອນແລງຂອງວັນທີ14 ກຸມພາ ປີ2022 ອົງການກາແດງແຂວງອຸດົມໄຊໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກສຸກເສີນໃຫ້ແກ່ຄອຍຄົວທີຖືກອັກຄີໄພ ໃນວັນທີ 11 ກຸມພາ 2022 ຜ່ານມາ, ຈຳນວນ 1 ຄອບຄົວ ຢູ່ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊ.

ການລົງມອບເຄື່ອງໃນຄັ້ງນີ້ໂດຍແມ່ນທ່ານ ນ.ບຸນທອນ ພິມມະວົງ ຫົວໜ້າອົງການກາແດງແຂວງອຸດົມໄຊ ແລະ ຮັບໂດຍຄອບຄົວທີຖຶກອັກຄີໄພໂດຍມີອົງການການປົກຄອງບ້ານເຂົ້າຮ່ວມ.ເຄື່ອງທີນຳມາມອບໃນຄັ້ງນີ້ມີເຄື່ອງຄົວເຮືອນ ແລະ ເຄື່ອງນຸງຈຳນວນໜຶງລ່ວມມູນຄ່າ 1.227.000 ກີບ.

ແຫຼ່ງຂ່າວ: ຂ່າວປະຈຳວັນ Daily News Oudomxay

LEAVE A REPLY

Please enter your comment!
Please enter your name here