ງານບຸນນະມັດສະການພຣະທາດສີໂຄດຕະບອງປະຈຳປີ 2022

0
1124

ງານບຸນນະມັດສະການພຣະທາດສີໂຄດຕະບອງປະຈຳປີ 2022 ແມ່ນໄດ້ດຳເນີນມາແຕ່ວັນທີ 14 ກຸມພາ 2022, ພາຍໃນງານກໍ່ຈະມີການວາງສະແດງ ແລະ ຈຳໜ່າຍຜະລິດຕະພັນສິນຄ້າ ຈາກບັນດາແຂວງພາກກາງ ແລະ ສິນຄ້າ ODOP ຈາກບັນດາເມືອງຕ່າງໆພາຍໃນແຂວງ ມາວາງຈຳໜ່າຍ ເພື່ອເປັນການສົ່ງເສີມຜະລິດຕະພັນຂອງລາວເຮົາ ແລະ ເພື່ອເປັນການສົ່ງເສີມວຽກງານການທ່ອງທ່ຽວພາຍໃນໃຫ້ມີຄວາມຄຶກຄື້ນ ແລະ ຍັງມີການແຂ່ງຂັນປະກວດໝໍລຳ, ແຂ່ງຂັນກິລາປະເພດຕ່າງໆເຊັ່ນ:

 
ຮ່ວມແຫ່ຜາສາດເຜີ້ງໃນງານບຸນນະມັດສະການພຣະທາດສີໂຄດຕະບອງປະຈຳປີ 2022

ເພື່ອຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃນຮູບແບບຕ່າງໆ ໃຫ້ມີປະສິດທິພາບ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພກິລາບານເຕະ, ການແຂ່ງຂັນເສັງກອງແຕ້-ກອງຈິງ ເຊິ່ງເປັນກິລາທີ່ເປັນເອກະລັກສະເພາະຂອງແຂວງຄຳມ່ວນ ແລະ ກິລາປະເພດອື່ນໆ ເປັນກິດຈະກຳ ທີ່ສ້າງຄວາມຄຶກຄື້ນ ແລະ ເບີກບານມ່ວນຊື່ນ ເຮັດໃຫ້ງານບຸນພຣະທາດສີໂຄດຕອງບອງ ມີຫຼາກຫຼາຍສີສັນ ແລະ ກາຍເປັນປະເພນີອັນດີງາມຂອງຊາດ ທີ່ໄດ້ປະຕິບັດສືບຕໍ່ກັນມາແຕ່ດົນນານ ເພື່ອເຕົ້າໂຮມຄວາມສາມັກຄີຂອງປວງ ຊົນລາວທັງຊາດ ກໍ່ຄືຊາວແຂວງຄຳມ່ວນໄວ້ຢູ່ຄູ່ກັບຄົນລາວ ຊາວແຂວງຄຳມ່ວນຕະຫຼອດໄປ.

ສະເພາະໃນວັນທີ 16 ກຸມພາ 2022 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 3 ລາວ ພສ 2564. ໃນຕອນເຊົ້າແມ່ນມື້ໃສ່ບາດ ຖວາຍສັງຂະທານ ແດ່ພຣະສົງ-ສຳມະເນນ ເຊິ່ງມີທັງມວນຊົນນ້ອຍ-ໃຫຍ່ໄດ້ຫຼັງໄຫຼເຂົ້າມາໃສ່ບາດດ້ວຍຈິດໃຈໃສສັດທາ ແລະ ເບີກບານມ່ວນຊື່ນ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ເຮັດໃຫ້ບັນຍາກາດອ້ອມເດີ່ນພຣະທາດ ເຕັມໄປ ດ້ວຍມວນຊົນຢ່າງຫຼວງຫຼາຍ.

ໃນນັ້ນການນຳຂອງແຂວງໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ມີບັນດາອາດີດການນຳຂັ້ນສູນກາງ ພ້ອມພັນລະຍາຂອງອາດີດການນຳ ແລະ ຄະນະການນຳຂັ້ນແຂວງ, ຂັ້ນເມືອງ, ພະແນກການ, ອົງການຈັດຕັ້ງຕ່າງໆເຂົ້າຮ່ວມ ແລະ ໃນຕອນຄໍ່າຄືນກໍ່ຈະມີກິດຈະກຳວຽນທຽນອ້ອມອົງພຣະທາດ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ.

.

.

.

.

.

ຂ່າວ ແລະ ຮູບພາບ: Khammouane News

LEAVE A REPLY

Please enter your comment!
Please enter your name here