ທາບທາມປະກອບຄໍາເຫັນຕໍ່ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຄັ້ງທີ 3

0
1012

ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຄັ້ງທີ 3 ໃນວັນທີ 17 ກຸມພາ 2022 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະ ມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທັງເປັນຫົວໜ້າຄະນະຊີ້ນໍາລວມການສ້າງຮ່າງກົດໝາຍດັ່ງກ່າວ ແລະ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະ ມົນຕີ ກະຊວງ ພະລັງງານ ແລະ ບໍ່ເເຮ່.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອທາບທາມ ແລະ ຂໍຄໍາເຫັນນໍາຕາງ ໜ້າຈາກບັນດາກະຊວງ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງອ້ອມຂ້າງສູນ ກາງໃສ່ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ເຊີ່ງເປັນຮ່າງກົດ ໝາຍສ້າງຂຶ້ນໃໝ່ ພາຍຫລັງໄດ້ທາບທາມ ແລະ ຂໍຄໍາເຫັນຈາກພະແນກພະລັງງານ ແລະ ບໍ່ແຮ່ໃນແຕ່ລະແຂວງໃນທົ່ວປະເທດມາແລ້ວ 2 ຄັ້ງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ສົມ, ຮັດກຸມ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ເພື່ອເອົາເຂົ້າຜ່ານໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນໃນອີກບໍ່ດົນນີ້.

ທ້

ທ່ານ ນາງ ຈັນສະຫວາດ ບຸບຜາ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ ແລະ ບໍ່ແຮ່ ອີກ 10 ແຫ່ງ. ນັບແຕ່ໄດ້ສ້າງຕັ້ງ ກະຊວງ ພະ ລັງງານ ແລະ ບໍ່ແຮ່ ໃນ ປີ 2006 ລັດຖະບານ ໄດ້ປັບປຸງກົດຫມາຍ ວ່າດ້ວຍໄຟຟ້າ ແລະ ກົດຫມາຍ ວ່າດ້ວຍແຮ່ທາດ, ລວມເຖີງສ້າງນິຕິກໍາໃຕ້ກົດ

ຫມາຍໄດ້ຫຼາຍກວ່າ 86 ສະບັບ ເພື່ອນໍາໃຊ້ສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂະແຫນງພະລັງງານ ແລະ ບໍ່ແຮ່ ເປັນອັນສະເພາະ. ແຕ່ໄລຍະຜ່ານມາບັນດາກົດຫມາຍ ແລະ ນິຕິກໍາທີ່ນໍາໃຊ້ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ຍັງມີຫນ້ອຍ ແລະ ບໍ່ທັນເຫມາະສົມກັບສະພາບການຂອງໂລກປັດຈຸບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກໍາທີ່ມີຍັງມີລັກ ສະນະສົ່ງເສີມການລົງທຶນ ແຕ່ບໍ່ທັນເວົ້າເຖີງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດຫມາຍ ຫຼື ນິຕິກໍາຍັງບໍ່ທັນແຂງ ແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ລະ ອຽດ, ຄວາມຮູ້ຄວາມສາມາດ ແລະ ແລະ ອື່ນໆ. ດັ່ງນັ້ນ, ໃນປີ 2020 ລັດຖະ ບານ ຈຶ່ງໄດ້ຕົກລົງສ້າງກົດຫມາຍວ່າດ້ວຍຄວາມ ປອດໄພຂອງເຂື່ອນ ເຊີ່ງແມ່ນຫນຶ່ງໃນບັນດາກົດຫມາຍທີ່ນອນຢູ່ໃນແຜນ ການສ້າງຂອງລັດຖະ ບານ ແຕ່ປີ 2021-2025 ເພື່ອກາຍເປັນເຄື່ອງມືສໍາຄັນໃນການຄຸ້ມຄອງເຂື່ອນທຸກປະເພດໃນ ສປປ ລາວ ໃຫ້ມີປະສິດທິຜົນກວ່າເກົ່າ.

ສໍາລັບຮ່າງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ XII ພາກ, 88 ມາດຕາ. ຜ່ານມາໄດ້ຈັດກອງປະຊຸມ ທາບທາມປະກອບຄໍາເຫັນຈາກຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຕ່ລະແຂວງທົ່ວປະເທດ ມາແລ້ວ 2 ຄັ້ງ ຄື: ຄັ້ງທີ 1 ຈັດຂຶ້ນໃນວັນທີ 19 ມັງກອນ 2022 ແລະ ຄັ້ງທີ 2 ຈັດຂຶ້ນໃນວັນທີ 26 ມັງກອນ 2022.

ພາບຈາກ: ອ່ອນແສງ

LEAVE A REPLY

Please enter your comment!
Please enter your name here