ຊົມເຊີຍ! ເຈົ້າໜ້າທີ່ຕຳຫຼວດເຂັ້ມງວດກວດກາ-ປາບປາມ ຢາເສບຕິດ

0
1640

ຕາມການລາຍງານຈາກ ທ່ານ ພັອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕໍາຫລວດກະຊວງ ປກສ ເມື່ອບໍ່ດົນນີ້ວ່າ: ພາຍຫລັງ ທີ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດທົ່ວປະເທດ ສໍາເລັດຢ່າງເປັນຮູບປະທໍາ, ເຈົ້າໜ້າທີ່ກໍາລັງຕໍາຫລວດວິຊາສະເພາະທຸກເຫລົ່າຮົບ ໄດ້ສຸມໃສ່ກວດກາ-ຕິດຕາມ ແລະ ຊອກຄົ້ນບັນດາເປົ້າໝາຍຄ້າຂາຍຢາເສບຕິດຢູ່ຕາມຈຸດຫລໍ່ແຫລມ-ມົ້ວສຸມ, ລີ້ຊ້ອນ ແລະ ຕາມຂອບເຂດຊາຍແດນ, ຜ່ານການຈັດຕັ້ງປະຕິບັດຕົວ ໃນໄລຍະຜ່ານມາ ທົ່ວປະເທດ ສາມາດມ້າງຄະດີຢາເສບຕິດໄດ້ 3.730 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 5.217 ຄົນຍິງ 509 ຄົນ, ຕ່າງປະເທດ 119 ຄົນ, ຍິງ 5 ຄົນ ແລະ ສາມາດດໍາເນີນຄະດີສໍາເລັດໄດ້ 3.370 ເລື່ອງ, ມີຜູ້ຖືກຫາ 4.758 ຄົນຍິງ 534 ຄົນ.

ຈາກຄະດີທີ່ເກີດຂຶ້ນ ສາມາດຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ຄື: ເຮໂຣອິນ 467,79 ກິໂລກຣາມ, ຢາບ້າ 14.300,81 ກິໂລກຣາມ, ຢາຝິ່ນ 18,92 ກິໂລກຣາມ, ກັນຊາ 5.846,69 ກິໂລກຣາມ, ຢາໄອສ໌ 2.991,02 ກິໂລກຣາມ, ນ້ຳຢາເຄມີ 10 ກິໂລກຣາມ, ເຄຕາມິນ 4,11 ກິໂລກຣາມ, ຢາອີ 0,08 ກິໂລກຣາມ, ແປ້ງຝຸ່ນເພື່ອນຳມາປະສົມຜະລິດຢາເສບຕິດ 19.480 ກິໂລກຣາມ, ກວດພົບເຄື່ອງຂອງກາງໃນການນຳໃຊ້ເຄື່ອນໄຫວກໍການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆ ເປັນຕົ້ນ ລົດໃຫຍ່ 135 ຄັນ, ລົດຈັກ 755 ຄັນ, ເຮືອ 2 ລໍາ, ອາວຸດປືນ 28 ກະບອກ, ລູກປືນ 420 ລູກ, ເງິນກີບ 1,3 ຕື້ກວ່າກີບ, ເງິນບາດ 4 ລ້ານກວ່າບາດ, ເງິນໂດລາ 590 ໂດລາ, ເງິນຢວນ 540.366 ຢວນ, ເງິນດົງ 1.450. 000 ດົງ ແລະ ເຄື່ອງຂອງກາງອື່ນໆອີກຫລາຍລາຍການ.

ທ່ານຮອງຫົວໜ້າກົມໃຫຍ່ຕໍາຫລວດ ຍັງໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມີທັງສິ່ງອໍານວຍຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ເນື່ອງຈາກວ່າພວກກະທໍາຜິດທາງອາຍາໃນທົ່ວສັງຄົມ ນັບມື້ເພີ່ມຂຶ້ນ, ມີລັກສະນະສັບສົນ, ສະຫລັບຊັບຊ້ອນ, ມີເລ່ລ່ຽມການເຄື່ອນໄຫວທີ່ເລິກແລບແນບນຽນ, ບັງອາດເປີດແປນ, ຈັດຕັ້ງເປັນກຸ່ມແກ້ງ, ຕິດຕໍ່ກັນຫລາຍແຂວງ-ຫລາຍປະເທດ, ມີລັກສະນະຮຸນແຮງ, ນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ອາວຸດເສິກ ເຂົ້າໃນການກໍ່ເຫດ, ພ້ອມທັງມີການບັນຊາທັງພາຍໃນ ແລະຕ່າງປະເທດ. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຂອງພວກເຮົາ ກໍບໍ່ໄດ້ລົດລະຄວາມພະຍາຍາມ ໄດ້ນໍາກໍາລັງວິຊາສະເພາະທີ່ມີຄວາມສາມາດ, ມີຄວາມຊໍານິ-ຊໍານານ ເຂົ້າໃນການສະກັດກັ້ນ ແລະ ມ້າງລາຍຄະດີດັ່ງກ່າວເຮັດໃຫ້ສາມາດແກ້ໄຂຄະດີ ໄດ້ຢ່າງເປັນຮູບປະທໍາ, ພ້ອມທັງຢຶດຂອງກາງທີ່ມີສ່ວນພົວພັນກັບຢາເສບຕິດໄດ້ເປັນຈໍານວນຫລາຍ.

ຂ່າວ: ກົມສື່ມວນຊົນ ປກສ

LEAVE A REPLY

Please enter your comment!
Please enter your name here