ທ່ານ ສີສູນໄທ ແກ້ວໂພໄຊ ໄດ້ຮັບການແຕ່ງຕັ້ງເປັນ ເລຂາໜ່ວຍພັກ ຫົວໜ້າກົມເລຂານຸການ-ການນຳ ຜູ້ໃໝ່

0
3475

ມອບ-ຮັບ ຫົວໜ້າກົມເລຂານຸການ-ການນຳ

ວັນທີ 25 ກຸມພາ 2022 ທີ່ຫ້ອງວ່າການສູນກາງພັກໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າກົມເລຂານຸການ-ການນຳ ຫ້ອງວ່າການສູນກາງພັກ, ລະຫວ່າງ ທ່ານ ກິຫຼຽນທອງ ແກ້ວນໍລະສິງ ເລຂາໜ່ວຍພັກ ຫົວໜ້າກົມເລຂານຸການ-ການນຳຜູ້ເກົ່າ ແລະ ທ່ານ ສີສູນໄທ ແກ້ວໂພໄຊ ເລຂາໜ່ວຍພັກ ຫົວໜ້າກົມເລຂານຸການ-ການນຳ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ໂດຍ ທ່ານ ຜາຄຳ ອິນແສງ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳກົມເລຂານຸການ-ການນຳ, ມີຕາງໜ້າກົມຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານ ພາຍໃນກົມເລຂານຸການ-ການນຳເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ກິຫຼຽນທອງ ແກ້ວນໍລະສິງ ເລຂາໜ່ວຍພັກ ຫົວໜ້າກົມເລຂານຸການ-ການນຳຜູ້ເກົ່າ ໄດ້ຜ່ານບົດລາຍງານການປະຕິບັດວຽກງານຕະຫຼອດໄລຍະທີ່ເປັນຫົວໜ້າກົມເລຂານຸການ-ການນຳ ຊຶ່ງໄດ້ຍົກໃຫ້ເຫັນ ການນຳພາວຽກງານການເມືອງແນວຄິດ, ການນຳພາ-ຊີ້ນຳວຽກງານພັກ, ການນຳພາປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ການນຳພາປະຕິບັດລະບອບແບບແຜນວິທີນຳພາ ແລະ ວິທີເຮັດວຽກ, ການນຳພາວຽກງານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ຂະບວນການ.

ໂອກາດນີ້ ທ່ານ ຜາຄຳ ອິນແສງ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກົມເລຂານຸການ-ການນຳຍາດມາໄດ້ທີ່ຜ່ານມາ; ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນກົມ, ເຮັດໃຫ້ວຽກງານຂອງກົມໃຫ້ມີບາດກ້າວໃໝ່ທີ່ມີຄຸນນະພາບສູງ, ສືບຕໍ່ກຳແໜ້ນໜ້າທີ່ພາລະບົດບາດຂອງກົມເລຂານຸການ-ການນຳ ໂດຍສະເພາະການເປັນເສນາທິການໃຫ້ແກ່ຫ້ອງວ່າການສູນກາງພັກກໍຄື ຄະນະບໍລິຫານງານສູນກາງພັກ; ແຕ່ລະພະແນກພາຍໃນກົມກໍຕ້ອງໄດ້ເອົາໃຈໃສ່ວຽກວິຊາສະເພາະຂອງຕົນຕາມພາລະບົດບາດ, ພ້ອມພຽງກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

LEAVE A REPLY

Please enter your comment!
Please enter your name here