ຢຸນນານ ເລັ່ງຊຸກຍູ້ການສ້າງທາງລົດໄຟ ຈີນ-ລາວ-ໄທ

0
1328

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ເພື່ອເລັ່ງ ຊຸກຍູ້ການສ້າງສູນເຊື່ອມຕໍ່ທາງລົດໄຟອາຊີໃຕ້ ແລະອາຊີຕາເວັນອອກສຽງ ໃຕ້ຂອງຈີນ, ຫວ່າງມໍ່ໆມານີ້, ແຂວງຢຸນນານ ປະເທດຈີນ ໄດ້ເຜີຍແຜ່ ແຜນດຳເນີນງານ, ເປົ້າໝາຍຕົ້ນຕໍຂອງແຜນດັ່ງກ່າວທີ່ໃຊ້ເວລາ 3 ປີ ຄືແຕ່ປີ 2022-2024, ໃຫ້ສາມາດສ້າງເສັ້ນທາງ, ສະຖານີ, ດ່ານເຂົ້າ-ອອກ ເມືອງ, ອາຄານກວດກາ ແລະຜ່ານດ່ານຕ່າງໆ ທີ່ລຽບຕາມທາງລົດໄຟ ລາວ-ຈີນ. ໃນປີ 2024, ທາງລົດໄຟ ລາວ-ຈີນ ຈະຕ້ອງຂົນສົ່ງຜູ້ໂດຍສານໃຫ້ ໄດ້ຫລາຍກວ່າ 9 ລ້ານເທື່ອຄົນຕໍ່ປີ ແລະ ການຂົນສົ່ງສິນຄ້າເຂົ້າ-ອອກ ເມືອງ ໃຫ້ໄດ້ຫລາຍກວ່າ 3,4 ລ້ານໂຕນ.

ແຜນດຳເນີນງານ ລະບຸຕື່ມວ່າ: ຈາກການວາງແຜນລະດັບປະເທດຕ້ອງ ພະຍາຍາມໃຫ້ທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ກັບທາງລົດໄຟຂອງປະເທດ ໄທ, ເລັ່ງສ້າງສະຖານີປ່ຽນລົດໄຟ ໃຊ້ລາງມາດຕະຖານຢູ່ນະຄອນຫລວງ ວຽງຈັນ, ເລັ່ງເລີ່ມກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງທ່ານາແລ້ງ ນະຄອນຫລວງວຽງຈັນ ກັບແຂວງໜອງຄາຍ ຂອງປະເທດໄທ; ປະສານ ສົມທົບການຊຸກຍູ້ການສ້າງທາງລົດໄຟຈີນ-ລາວ-ໄທ ເພື່ອເຮັດໃຫ້ເປີດເສັ້ນ ທາງລົດໄຟສາຍນີ້ທະລຸໂລ່ງໂດຍໄວ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here