ປກສ ນະຄອນໄກສອນ ພົມວິຫານ ເດີນໜ້າແກ້ໄຂບັນຫາຢາເສບຕິດ

0
1250

ນະຄອນໄກສອນ ພົມວິຫານ ຕັ້ງໜ້າຜັນຂະຫຍາຍວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໂດຍມາໃນວັນທີ 11 ກຸມພາ 2022 ນີ້, ທາງເຈົ້າໜ້າ ທີ່ຕຳຫຼວດໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ກັກຕົວເປົ້າ ໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄົນ ຊື່ທ້າວ ບຸນທະວີ (ແອນ້ອຍ) ອາຍຸ 19 ປີ, ອາຊີບຫວ່າງງານ ບ້ານໂພນສະຫວ່າງເໜືອ ນະຄອນ ໄກສອນ ພົມວິຫານ ພ້ອມຂອງ ກາງຢາບ້າຈຳນວນ 88 ເມັດ, ໂທລະສັບ 1 ໜ່ວຍ ແລະລົດຈັກ ເວບໄອສ໌ ສີຟ້າດຳ ປ້າຍທະບຽນ ສະຫວັນນະເຂດ ຍດ 4737 ແລະ ທ້າວ ແອັດດີ້ ອາຍຸ 32 ປີ ອາຊີບ ຫວ່າງງານ ບ້ານໂພນສະຫວ່າງ ເໜືອ ນະຄອນໄກສອນ ພົມວິຫານ ພ້ອມຂອງກາງຢາບ້າ 8 ຖົງ, ເທົ່າ ກັບ 1.600 ເມັດ, ໂທລະສັບ 1 ໜ່ວຍ, ຈຸດກັກຕົວພວກກ່ຽວແມ່ນ ເສັ້ນທາງຂອບເຂດບ້ານໂນນສະ ຫວາດ ນະຄອນໄກສອນ ພົມວິ ຫານ ຈາກນັ້ນ, ຈິ່ງໄດ້ນຳຕົວພວກ ກ່ຽວເຂົ້າມາກອງບັນຊາການ ປກສ ນະຄອນ ເພື່ອສືບສວນ-ສອບສວນ.

ຕໍ່ມາ, ໃນວັນທີ 16 ກຸມພາ 2022, ທາງເຈົ້າໜ້າທີ່ກໍ່ໄດ້ກັກ ຕົວເປົ້າໝາຍຄ້າ-ຂາຍຢາບ້າໄດ້ ຕື່ມ ອີກ 4 ຄົນຄື: ທ້າວ ຢູລາ(ນ້ອຍ) ອາຍຸ 23 ປີ, ອາຊີບກຳມະກອນ ບ້ານສີບຸນເຮືອງ ເມືອງຈຳພອນ ທີ່ມາພັກເຊົາຢູ່ບ້ານໂພນສະຫວ່າງ ເໜືອ ນະຄອນໄກສອນພົມວິຫານ ຈຸດກັກຕົວແມ່ນຂອບເຂດປ່າຊ້າ ຫຼວງບ້ານໂນນສະຫວາດ ພ້ອມ ຂອງກາງຢາບ້າຈຳນວນ 100 ເມັດ. ຜ່ານການສອບສວນຜູ້ກ່ຽວ ໄດ້ຮັບສາລະພາບວ່າ:

ຢາບ້າຈຳ ນວນດັ່ງກ່າວໄດ້ຊື້ມາຈາກທ້າວ ວັນມະນີ (ໂກ້) ອາຍຸ 45 ປີອາ ຊີບກຳມະກອນ ບ້ານໜອງຜື ນະຄອນໄກສອນ ພົມວິຫານ; ຕົກມາ ຮອດເວລາ 15 ໂມງ 20 ນາທີ ຂອງວັນດຽວກັນຈຶ່ງໄດ້ກັກຕົວ ທ້າວ ວັນມະນີ (ໂກ້) ໄດ້ຢູ່ເຮືອນ ຂອງຜູ້ກ່ຽວພ້ອມຂອງກາງຢາ ບ້າຈຳນວນ 31 ເມັດ, ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ. ຜ່ານການສອບສວນຜູ້ກ່ຽວໄດ້ຮັບສາລະພາບ ວ່າ: ຢາບ້າທີ່ມາຈຳໜ່າຍ-ຂາຍ ແມ່ນຊື້ມາຈາກທ້າວ ສຸລິຍາ (ຕຸກ) ອາຍຸ 32 ປີ ອາຊີບກຳມະກອນ ບ້ານຫົວເມືອງເໜືອ ນະຄອນໄກ ສອນ ພົມວິຫານ ທີ່ໄດ້ພັກ ເຊົາຢູ່ ບ້ານອຸດົມວິໄລ ນະຄອນໄກສອນ ພົມວິຫານ;

ຕົກມາຮອດເວລາ 15 ໂມງ 40 ນາທີຂອງວັນດຽວກັນ ຈິ່ງໄດ້ກັກຕົວທ້າວ ສຸລິຍາ (ຕຸກ) ໄດ້ຢູ່ຫ້ອງເຊົ່າທີ່ຜູ້ກ່ຽວພັກຢູ່ບ້ານ ອຸດົມວີໄລ ພ້ອມຂອງກາງຢາບ້າ 2 ຖົງ, ເທົ່າກັບ 394 ເມັດ ກັບຢາ ໄອສ໌ ຈຳນວນ 14 ຖົງນ້ອຍ, ໂທ ລະສັບ 2 ໜ່ວຍ ຕໍ່ມາ, ໃນເວລາ 18 ໂມງຂອງວັນດຽວກັນ ທາງເຈົ້າ ໜ້າທີ່ໄດ້ກັກຕົວທ້າວ ກິດຕ້າ ອາຍຸ 22 ປີ ອາຊີບຫວ່າງງານບ້ານໂພນ ສະຫວ່າງໃຕ້ ນະຄອນໄກສອນ ພົມ ວິຫານ ໄດ້ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ 11 ຖົງ, ເທົ່າກັບ 2.097 ເມັດ, ໂທລະສັບ 1 ໜ່ວຍ.

ຈາກນັ້ນ, ທາງເຈົ້າໜ້າ ທີ່ຈຶ່ງໄດ້ນຳຕົວພວກຜູ້ກ່ຽວ ພ້ອມ ຂອງກາງຢາບ້າເຂົ້າມາ ປກສ ນະຄອນໄກສອນ ພົມວິຫານ ເພື່ອ ທຳການສືບສວນ-ສອບສວນດຳ ເນີນຄະດີຕາມລະບຽບກົດໝາຍ ບ້ານເມືອງຕໍ່ໄປ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here