ເປີດຈຸດຂາຍປີ້ລົດໄຟລາວ-ຈີນ

0
2705

25 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມເປີດປ່ອງບໍລິການຂາຍປີ້ຈຸດທໍາອິດຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ປ່ອງຂາຍປີ້ໃໝ່ນີ້ຕັ້ງສູນການຄ້າວຽງຈັນເຊັນເຕີຊັ້ນໜຶ່ງ ເຂດຖະໜົນຄູວຽງ.

ຈຸດຂາຍປີ້ລົດໄຟດັ່ງກ່າວ ໄດ້ບໍລິການຂາຍປີ້ໂດຍສານໄປວຽງຈັນ-ບໍ່ເຕັນ ແລະວຽງຈັນ-ຫຼວງພະບາງ, ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນລວມທັງມື້ເດີນທາງ.

ຜູ້ໂດຍສານ 1 ຄົນ ສາມາດຊື້ໄດ້ 2 ປີ້. ເພື່ອຍົກສູງປະສິດທິພາບ ແລະການຊໍາລະທີ່ສະດວກໃຫ້ຜູ້ໂດຍສານ ບໍລິສັດທາງລົດໄຟໄດ້ກໍານົດການຈ່າຍເງິນຜ່ານທາງບັດທະນາຄານເຊັ່ນ: one Play, Unian play, ແລະອື່ນໆ ແຕ່ບໍ່ຮັບເງິນສົດ, ນອກນີ້, ຜູ້ໂດຍສານຊຶ້ປີ້ທາງລົດໄຟຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.

ເວລາຂາຍປີ້ແມ່ນຕອນເຊົ້າ 10.00-12.00 ໂມງ, ຕອນບ່າຍ 12.30-15.30 ໂມງ,ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ. ຈຸດຂາຍປີ້ຍັງມີບ່ອນແຈ້ງຂໍ້ມູນກ່ຽວກັບຖ້ຽວລົດໄຟ, ລາຄາປີ້. ບໍ່ມີການຂາຍປີ້ຕ່າງແຂວງ ແລະປີ້ເດັກນ້ອຍ ແລະບໍ່ຮັບສົ່ງປີ້ຄືນ (ຖ້າຢາກສົ່ງຄືນໃຫ້ໄປສະຖານີນະຄອນຫຼວງ).

ທ່ານ ຢວນໝິ່ງຫາວ ອໍານວຍການໃຫຍ່ທາງລົດໄຟລາວ-ຈີນກ່າວວ່າ: ເພື່ອອໍານວຍຄວາມສະດວກໃຫ້ແກ່ການເດີນທາງໃຫ້ກັບປະຊາຊົນ, ໃນອະນະນາຄົດຍັງຈະມີແຜນການປັບປຸງລະບົບບໍລິການຂາຍປີ້ຜູ້ສານ ເພື່ອໃຫ້ມວນຊົນສາມາດຊື້ປີ້ໄດ້ແບບອອນລາຍ ແລະມີປ່ອງຂາຍປີ້ຕ່າງໆຫຼາຍຂຶ້ນ.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here