ເພື່ອເປັນການຊຸກຍູ້ໃຫ້ທຸກຄອບຄົວຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອ

0
4270

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ໃຫ້ສໍາພາດໃນໂອກາດທີ່ໄດ້ຮັບລົດ ແລະ ອຸປະກອນເກັບມ້ຽນຂີ້ເຫຍື້ອທີ່ສັ່ງຊື້ຈາກ ສປ ຈີນ ວ່າ: ໃນວັນທີ 24 ກຸມພາ 2022 ເປັນມື້ທີ່ ຄບຕ ພວກເຮົາໄດ້ຮັບເຄື່ອງທີ່ສັ່ງຊື້ຈາກ ສປ ຈີນ ປະກອບມີ ລົດເກັບມ້ຽນຂີ້ເຫຍື້ອທັນສະໄຫມຂະຫນາດນ້ອຍ ຈໍານວນ 4 ຄັນ ແລະ ຖັງເກັບມ້ຽນຂີ້ເຫຍື້ອຈໍານວນ 1.535 ຄັ້ງ ເຊີ່ງເຄື່ອງດັ່ງ ກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາລາວ (KOICA) ຊ່ວຍເຫຼືອຜ່ານໂຄງການຂອງສະຖາບັນເຕີບໂຕ ສີຂຽວສາກົນ(GGGI) ເພື່ອນໍາໃຊ້ເຂົ້າໃນໂຄງການລະບົບຈັດການສິ່ງເສດເຫຼືອແບບບໍ່ລວມສູນ ເຊິ່ງໂຄງການດັ່ງກ່າວ ຈະເລີ່ມທົດລອງຈັດຕັ້ງ ປະຕິບັດໃນໃນໄວໆນີ້ ໃນ 3 ບ້ານ ຄື:

ບ້ານຫນອງບົວທອງເຫນືອ ບ້ານດົງນາໂຊກໃຕ້ ແລະ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ສໍາລັບເກັບມ້ຽນຂີ້ເຫຍື້ອທັງ 4 ຄັນນີ້ ເປັນລົດໄຟຟ້າຂະຫນາດ 3 ແມັດກ້ອນ ມີລະບົບເກັບມ້ຽນຂີ້ເຫຍື້ອທັນສະໄຫມ ສາມາດອັດ ແຫນ້ນຂີ້ເຫຍື້ອຮັບປະກັນການເກັບມ້ຽນຂີ້ເຫຍື້ອທີ່ສະອາດ ແລະ ສະດວກສະບາຍໃນການເຂົ້າໄປເກັບມ້ຽນຂີ້ເຫຍື້ອຕາມທາງຮ່ອມຕ່າງໆ ເຊີ່ງໃນປີ 2022 ທາງໂຄງການດັ່ງກ່າວແມ່ນມີແຜນຈະສືບຕໍ່ຊ່ວຍເຫຼືອຕື່ມອີກຈໍານວນ 20 ຄັນ ເພື່ອນໍາໃຊ້ເຂົ້າໃນການເກັບມ້ຽນຂີ້ເຫຍື້ອທົ່ວ ນວ ສ່ວນຖັງຂຽວໃນຈໍານວນພັນກວ່າຫນ່ວຍທີ່ໄດ້ຮັບນີ້ ມີຂະຫນາດ 120 ລິດ ແມ່ນຈະນໍາໄປມອບໃຫ້ຄອບຄົວທີ່ນອນໃນ 3 ບ້ານເປົ້າຫມາຍ ຄອບຄົວລະ 2 ຫນ່ວຍ ເພື່ອຄັດແຍກຂີ້ເຫຍື້ອ ແລະ ຂີ້ເຫຍື້ອປະເພດຍ່ອຍສະຫຼາຍໄດ້ ຈະຖືກນໍາໄປຈັດການທີ່ໂຮງງານເຮັດຝຸ່ນບົ່ມ ເຊີ່ງພາຍຫຼັງເຮັດທົດລອງໃນ 3 ບ້ານເປົ້າຫມາຍສໍາເລັດແລ້ວ ກໍມີແຜນຈະຂະຫຍາຍການຈັດຕັ້ງປະຕິບັດການເກັບມ້ຽນຂີ້ເຫຍື້ອດັ່ງກ່າວໄປຍັງທຸກ ບ້ານ ແລະ ໂຮງຮຽນຈໍານວນ 100 ກວ່າແຫ່ງໃນ ນວ ທັງຫມົດນີ້ ກໍເພື່ອແນໃສ່ໃຫ້ປະຊາຊົນຫັນມາເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອເພື່ອຮັກສາ ຄວາມສະອາດ ກໍຄືຮັກສາສິ່ງແວດລ້ອມ ສ້າງໃຫ້ ນວ ເປັນນະຄອນທີ່ສະອາດ ສີຂຽວ ຫນ້າຢູ່ ສໍາລັບພິທີມອບ-ຮັບ ອຸປະກອນເກັບມ້ຽນ ຂີ້ເຫຍື້ອດັ່ງກ່າວ ຈະຈັດຂຶ້ນຢ່າງເປັນທາງການໃນໄວໆນີ້.

ທ່ານ ນາງ ໂຊມິ ຄິມ ຊ່ຽວຊານໂຄງການການຈັດການຂີ້ເຫຍື້ອ ອົງການ GGGI ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດວ່າ:ໂຄງການກໍ່ສ້າງລະບົບ ຈັດການສິ່ງເສດເຫຼືອແບບບໍ່ລວມສູນ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ເພື່ອຊ່ວຍເຫຼືອລັດຖະບານລາວ ໃນການປັບປຸງການຄຸ້ມຄອງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ ເຊິ່ງຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງ ແລະ ເພີ່ມການບໍລິການເກັບ ມ້ຽນຂີ້ເຫຍື້ອໃນເຂດທີ່ລົດເກັບຂີ້ເຫຍື້ອຂະຫນາດໃຫຍ່ ເຂົ້າບໍ່ເຖິງ ເພື່ອເພີ່ມການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງກໍາເນີດ ຫຼື ຄົວເຮືອນ ເຊິ່ງໂຄງການ ນີ້ແມ່ນຈະນໍາໃຊ້ລົດໄຟຟ້າຂະຫນາດນ້ອຍຄັ້ງທໍາອິດໃນ ສປປ ລາວ ພ້ອມທັງເປັນການສະຫນັບສະຫນູນທາງລັດຖະບານລາວໃນການຄຸ້ມຄອງ ຂີ້ເຫຍື້ອ ເຊິ່ງພວກເຮົາເຊື່ອຫມັ້ນວ່າ ໂຄງການນີ້ຈະເປັນຫນຶ່ງໂຄງການທີ່ຈະກ້າວໄປສູ່ການເຕີບໂຕສີຂຽວ.

ຂໍ້ມູນ: ໜັງສືພິມວຽງຈັນໃໝ່

LEAVE A REPLY

Please enter your comment!
Please enter your name here