ປກສ ເມືອງໜອງບົກ ຕັ້ງໜ້າເສີມຂະຫຍາຍວາລະແຫ່ງຊາດ ມ້າງຄະດີໄດ້ 195 ເລື່ອງ

0
1768

ຕາມການລາຍງານຂອງຄວາມສະຫງົບ ໃຫ້ຮູ້ວ່າ: ພັທ ບົວພາ ອຸລະມະນີ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ແຂວງຄໍາມ່ວນ ໃຫ້ສໍາພາດໃນວັນທີ 22 ກຸມພາ 2022 ວ່າ: ເພື່ອສະກັດກັ້ນທຸກບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນພາຍໃນເມືອງໜອງບົກ ແຂວງຄໍາມ່ວນ ທັງເປັນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ກອງບັນຊາການ ປກສ ເມືອງ ໄດ້ນໍາພາກໍາລັງວິຊາສະເພາະສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ຮອບດ້ານ ເພື່ອເກັບກໍາຂໍ້ມູນ ແລະ ເປົ້າໝາຍທີ່ເຄື່ອນໄຫວພົວພັນຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ສາມາດມ້າງຄະດີໄດ້ 195 ເລື່ອງ, ຢຶດຂອງກາງຢາບ້າ, ຢາໄອສ໌ ແລະ ພາຫະ ນະທີ່ ກ່ຽວຂ້ອງໄດ້ຈໍານວນໜຶ່ງ.

ທ່ານຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ໃຫ້ຮູ້ວ່າ: ພາຍຫຼັງທີ່ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມຈັດຕັ້ງປະຕິບັດເຊື່ອມຊຶມກ່ຽວກັບວາ ລະແຫ່ງຊາດ ຈຶ່ງໄດ້ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມມາຈັດຕັ້ງເຜີຍ ແຜ່ເຊື່ອມຊຶມຢູ່ຂັ້ນເມືອງ ໂດຍສະເພາະໃນການຈັດຕັ້ງໂຄສະນາເຜີຍແຜ່ ໃຫ້ບັນດາພະນັກງານການນຳຂັ້ນເມືອງ, ພະນັກງານ-ນັກຮົບ ພາຍໃນກອງບັນຊາການ ປກສ ເມືອງໜອງບົກ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້; ສິ່ງສຳຄັນພວກເຮົາໄດ້ເພີ່ມທະວີໃນການໂຄສະນາປຸກລະດົມໃຫ້ການຈັດ ຕັ້ງບ້ານ, ເຈົ້າໜ້າທີ່ພະນັກງານ, ທະຫານ-ຕຳຫຼວດ, ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການປະຕິບັດວາລະແຫ່ງຊາດໃນການປະຕິບັດຕົວຈິງຂອງ ເຈົ້າໜ້າທີ່ພວກເຮົາ ໂດຍສະເພາະແມ່ນຂອດການປະສານສົມທົບ ລະ ຫວ່າງເຈົ້າໜ້າທີ່ຂັ້ນເມືອງສົມທົບກັບເຈົ້າໜ້າທີ່ຂັ້ນແຂວງ ແລະ ອົງການປົກຄອງບ້ານພ້ອມກັນແກ້ໄຂບັນຫາຢາເສບຕິດ, ພາຍຫຼັງທີ່ສະພາແຫ່ງ ຊາດໄດ້ຮອງຮັບເອົາວາລະແຫ່ງຊາດກອງບັນຊາການ ປກສ ເມືອງໜອງບົກ ແມ່ໄດ້ເລີ່ມຈັດຕັ້ງປະຕິບັດແກ້ໄຂບັນຫາຢາເສບຕິດຕະຫຼອດໄລຍະ ຜ່ານມາ ໄດ້ຫຼາຍພໍສົມຄວນເຮັດ ໃຫ້ສາມາດມ້າງລາຍຄະດີການຄ້າ ຂາຍ-ຂົນສົ່ງຄັນຊາອັດແທ່ງຢູ່ຈຸດແຄມແມ່ນໍ້າຂອງ. ໃນນີ້, ຢຶດຂອງກາງຄັນຊາໄດ້ ຈຳນວນ 380 ກິໂລກຼາມ.

ຕໍ່ກັບບັນຫາການຄ້າຂາຍ-ຂົນສົ່ງຢາເສບຕິດປະເພດຢາບ້າ ສາມາດມ້າງໄດ້ 195 ເລື່ອງ, ກັກຜູ້ຖືກຫາໄດ້ຈຳນວນໜຶ່ງ ພ້ອມຂອງກາງຢາບ້າ 9.280 ເມັດ, ຢາໄອສ໌ ຈຳນວນ 4 ຖົງ, ລົດໃຫຍ່ 3 ຄັນ ແລະ ຫຼ້າສຸດໃນວັນທີ 12 ມັງ ກອນ 2022, ເຈົ້ົ້າໜ້າທີ່ວິຊາສະເພາະ ປກສ ເມືອງໜອງບົກ ໄດ້ສາມາດມ້າງຄະດີຢາເສບຕິດໄດ້ 1 ເລື່ອງຢຶດຂອງກາງຢາບ້າໄດ້ 2.000 ເມັດ.

ທ່ານຫົວໜ້າກອງບັນຊາກາໃຫ້ຮູ້ຕື່ມວ່າ: ຈາກຜົນງານທີ່ກ່າວມານັ້ນ, ໄດ້ ສະແດງເຖິງຜົນງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນ ຫາຢາເສບຕິດ. ສະນັ້ນ, ເພື່ອເຮັດ ໃຫ້ວຽກງານດັ່ງກ່າວນີ້ ກາຍເປັນພາລະໜ້າທີ່ຂອງປວງຊົນຮອບດ້ານ ຈຶ່ງຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງໄດ້ມີສ່ວນຮ່ວມກັບເຈົ້າໜ້າທີ່່ພວກເຮົາ ເພື່ອພ້ອມ ກັນແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກ ສັງຄົມ ໂດຍສະເພາະພາຍໃນ ເມືອງໜອງບົກ ເພື່ອໃຫ້ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

LEAVE A REPLY

Please enter your comment!
Please enter your name here