ເມືອງຮຸນ ແຂວງອົມໄຊທໍາລາຍສ່ວນຝິ່ນທີ່ລັກລອບ

0
1436

ຕາມການລາຍງານຂອງຄວາມສະຫງົບໃຫ້ຮູ້ວ່າ: ກອງບັນຊາການ ປກສ ເມືອງຮຸນ ແຂວງອຸດົມໄຊ ສົມທົບກັບ ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ ກ່ຽວຂ້ອງ ລົງສໍາຫຼວດ ແລະ ທໍາລາຍສ່ວນຝິ່ນຢູ່ 2 ບ້ານ ຄື: ເຂດສີບຸນເຮືອງ ບ້ານນ້ໍານ້ອຍ ແລະ ເຂດດົງງອນ ບ້ານພຽງຫໍ້ ເມືອງຮຸນ ແຂວງອົມໄຊ ມີ 58 ຕອນ ລວມເນື້ອທີ່ປູກຝິ່ນທັງຫມົດ 10 ເຮັກຕາ ໃນກາງ ເດືອນກຸມພາ 2022.

ເຈົ້າຫນ້າທີ່ກອງບັນຊາການ ປກສ ເມືອງຮຸນ ໃຫ້ຮູ້ວ່າ: ການລົງທໍາລາຍສວນຝິ່ນໃນຄັ້ງນີ້ ແມ່ນໄດ້ນໍາພາກໍາລັງແຕ່ລະພາກສ່ວນຖາງ, ລົກຕົ້ນອ່ອນ, ຕົ້ນທີ່ ກໍາລັງອອກດອກ ແລະ ເປັນຫມາກຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ນຢາງ ແລະ ນໍາເອົາແນວພັນຝົນໄປປູກຕໍ່ໄດ້.

ພ້ອມດຽວກັນນີ້, ກໍໄດ້ນໍາເອົາເຈົ້າຂອງສວນທີ່ລັກລອບປູກຝິ່ນ ມາ ສຶກສາອົບຮົມ ແລະ ວາງມາດຕະການຕ່າງໆຕໍ່ຜູ້ທີ່ລັກລອບປູກຝິ່ນ ເພື່ອ ເຮັດໃຫ້ປະຊາຊົນດັ່ງກ່າວ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃຫມ່ຂອງພັກ, ລະບຽບກົດຫມາຍຂອງລັດ ແລະ ເພື່ອແນໃສ່ແກ້ໄຂບັນຫາຢາເສບຕິດຢູ່ໃນ ທົ່ວເມືອງຮຸນ ໃຫ້ຢຸດຕິການປູກຝິ່ນແລ້ວຫັນມາປູກຝັງລ້ຽງສັດ ໃຫ້ ກາຍເປັນສິນຄ້າ ແລະ ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມ ທຸກຍາກເທື່ອລະກ້າວ.

ການລົງທໍາລາຍສ່ວນຝິ່ນໃນຄັ້ງນີ້ ກໍເພື່ອປະຕິບັດຕາມຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີສະກັດກັ້ນ ແລະ ຕ້ານຢາ ເສບຕິດ ເປັນຕົ້ນແມ່ນ ການປູກຝິ່ນ, ກັນຊາ ຕິດພັນກັບ ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023.

LEAVE A REPLY

Please enter your comment!
Please enter your name here