ປີ 2021 ປກສ ເມືອງຫົງສາ ແກ້ໄຂຄະດີໄດ້ 34 ລາຍ

0
1990

ຂປລ. ແຫລ່ງຂ່າວຈາກ ເມືອງຫົງສາ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຢູ່ເມືອງຫົງສາ ໃນປີ 2021 ຜ່ານມາແມ່ນໄດ້ສືີບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ 27/ນຍ, ຄໍາສັ່ງເລກທີ 1470/ປກສ, ຄໍາສັ່ງເລກທີ 019/ຈຂ.ຊຍ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ໂດຍຫັນມາເປັນແຜນການ, ໂຄງການອັນລະອຽດຂອງ ຄະນະພັກຮາກຖານກອງບັນຊາການ ເພື່ອສືບຕໍ່ແກ້ໄຂ ແລະ ຜ່ານການຈັດຕັ້ງປະຕິບັດ ສາມາດແກ້ໄຂໄດ້ 34 ລາຍ.

ສະຫາຍ ພັທ ທອງໄຫລ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ຫົງສາ ໄດ້ລາຍງານຕໍ່ກອງປະຊຸມ ຄົບຄະນະ ຄັ້ງທີ 8 ສະໄໝທີ VIII ຂອງຄະນະບໍລິຫານງານພັກ ເມື່ອບໍ່ດົນນີ້ວ່າ: ໜຶ່ງປີຜ່ານມາ ທົ່ວເມືອງຫົງສາ ມີຄະດີເກີດຂຶ້ນທັງໝົດ 47 ລາຍ, ສາມາດແກ້ໄຂໄດ້ 34 ລາຍ, ກັກຕົວຜູ້ຖືກຫາ 68 ຄົນ, ຍິງ 20 ຄົນ,ໃນນີ້ ຄະດີລັກຊັບພົນລະເມືອງ 28 ເລື່ອງ, ກັກຕົວຕ້ອງຫາ 15 ຄົນ, ຜົນເສຍຫາຍມີ ລົດຈັກ 11 ຄັນ, ປືນສັ້ນ 59 ຈໍານວນ 1 ກະບອກ, ສາຍແຂນຄ້າຍຄືຄໍາ ນໍ້າໜັກ 2 ບາດ, ໝໍ້ແບ່ງໄຟຟ້າ 1 ເຄື່ອງ ແລະ ອຸປະກອນເຄື່ອງໃຊ້-ເຄື່ອງດື່ມຈໍານວນໜຶ່ງລວມມູນຄ່າເສຍຫາຍ 228 ລ້ານກວ່າກີບ; ຄະດີການທໍາມິດສະຈານ 3 ລາຍ, ກັກຕົວຕ້ອງຫາ 6 ຄົນ, ຍິງ 3 ຄົນ; ຄະດີທໍາຮ້າຍຮ່າງກາຍ 1 ລາຍ, ກັກຕົວຕ້ອງຫາ 1 ຄົນ; ຄະດີການເປັນນັກເລງອັນຕະພານ 2 ລາຍ, ກັກຕົວຕ້ອງຫາ 4 ຄົນ; ຄະດີການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້ 5 ລາຍ, ກັກຕົວຕ້ອງຫາ 16 ຄົນ; ຄະດີການທຳລາຍ ຫລື ການເຮັດໃຫ້ຊັບເປ່ເພໂດຍເຈດຕະນາ 1 ລາຍ, ກັກຕົວຕ້ອງຫາ 1 ຄົນ; ຄະດີຫລິ້ນການພະນັນ (ໄພ້) 2 ລາຍ, ກັກຕົວຕ້ອງຫາ 20 ຄົນ, ຍິງ 17 ຄົນ, ມີອຸບັດເຫດເກີດຂຶ້ນທັງໝົດ 26 ຄັ້ງ, ສ້າງຜົນເສຍຫາຍຄື:

ພາຫະນະເປ່ເພທັງໝົດ 45 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 42 ຄົນ, ຍິງ 6 ຄົນ,ສະຫາຍ ພັທ ທອງໄຫລ ເພັດດາວົງ ຍັງໃຫ້ຮູ້ອີກວ່າ: ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ຢູ່ເມືອງຫົງສາ ໃນ 1 ປີຜ່ານມາ ສາມາດແກ້ໄຂຄະດີຄ້າຂາຍຢາເສບຕິດ (ຢາບ້າ) 34 ລາຍ, ກັກຕົວຕ້ອງຫາ35 ຄົນ, ຍິງ 9 ຄົນ, ຍືດຂອງກາງປະເພດຢາບ້າໄດ້ 129.382 ເມັດ, ຕໍ່ພາກສ່ວນທີ່ບໍ່ເຂັດຫລາບກັບຄືນມາເສບໃໝ່ຫລາຍຄັ້ງ ໄດ້ປະກອບສຳນວນຄະດີ 10 ລາຍ, ຕ້ອງຫາ 10 ຄົນ, ໄດ້ສຶກສາອົບຢູ່ຂັ້ນບ້ານມອບໃຫ້ຄອບຄົວຈຳນວນ 227 ຄົນ, ຍິງ 8 ຄົນແລະ ໄດ້ນໍາຕົວເຂົ້າດັດສ້າງທັງໝົດ 63 ຄົນ, ຍິງ3 ຄົນ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here