ສ້າງຮາກຖານການເມືອງ ນວ ສຸມໃສ່ແກ້ໄຂອຸບັດຕິເຫດຫຼຸດລົງ

0
2142

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນປີຜ່ານມາ, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ໃນນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໄດ້ຜົນສໍາເລັດຫຼາຍດ້ານພໍສົມຄວນ.

ໃນນີ້, ວຽກງານສະກັດກັ້ນ ແລະ ຕ້ານອຸບັດຕິເຫດ ໄດ້ເຄື່ອນ ໄຫວເຮັດໜ້າທີ່ສາມາດເຮັດໃຫ້ຄົນ ເສຍຊີວິດຫຼຸດລົງຈາກປີຜ່ານມາ ເຖິງ 49 ຄົນ.ໂດຍການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ຮັກສາຄວາມປອດໄພ ຕາມຖະໜົນ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດສັນ ຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ ໃນນີ້:

ໂຄສະນາເຜີຍແຜ່ແນະນໍາໃຫ້ປະ ຊາຊົນຮັບຮູ້, ເຂົ້າໃຈ ກ່ຽວກັບມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄຟຕາມຖະໜົນ, ຕາມ ສໍານັກງານ-ອົງການ, ໂຮງຈັກໂຮງງານ, ໂຮງຮຽນ ແລະ ບັນດາບ້ານຕ່າງໆ ມີ 706 ຄັ້ງ, ອອກຈັບ ຄວາມໄວ 8 ຄັ້ງ,ຈັດລະບຽບຕາມສາຍທາງ 796 ຄັ້ງ, ອອກກວດລົດອາທິດຈະລາຈອນ 294 ຄັ້ງ ລະບາຍການສັນຈອນ 798 ຄັ້ງ, ຂຽນໃບກ່າວ ເຕືອນລົດຜູ້ຂັບຂີ່ຈອດລົດແຄມທາງມີປ້າຍຫ້າມ ຈອດ 270 ຄົນ, ພົບເຫັນຜູ້ລະເມີດການສັນຈອນ 7.325 ຄົນ, ສຶກສາອົບຮົມກ່າວເຕືອນ 6.283 ຄົນ, ຂຽນໃບສັ່ງ 1.042 ໃບ, ກັກເອກະສານ 943 ໃບ, ກັກລົດ 43 ຄັນ ເພື່ອຍົກສູງສະຕິຂອງ ພົນລະເມືອງໃນການໃຊ້ລົດ-ໃຊ້ຖະໜົນ ແລະ ປະຕິບັດກົດລະ ບຽບຈະລາຈອນຢ່າງເຂັ້ມງວດ.ທົ່ວນະຄອນຫຼວງ ມີອຸບັດຕິເຫດເກີດຂຶ້ນ ທັງໝົດ: 734 ຄັ້ງ (ທຽບໃສ່ປີ 2020 ຫຼຸດລົງ 421 ຄັ້ງ ) ພາຫະນະເປ່ເພ 1.539 ຄັນ, ຄົນໄດ້ ຮັບບາດເຈັບ 659 ຄົນ, ຄົນເສຍຊີວິດ 142 ຄົນ (ທຽບໃສ່ປີ 2020 ເສຍຊີວິດຫຼຸດລົງ 49 ຄົນ).

LEAVE A REPLY

Please enter your comment!
Please enter your name here