ງານປະເພນີສືບສານສີມືແມ່ ຄັ້ງທີ I ຈັດຂຶ້ນຢູ່ສວນເຈົ້າອານຸວົງ

0
2581

ເຊີນທ່ຽວງານປະເພນີ ສືບສານສີມືແມ່ ຄັ້ງທີ I ຈະຈັດຂຶ້ນລະຫວ່າງ ວັນທີ 4-8 ມີິນາ 2022

ວັນທີ 2 ມີນາ ຜ່ານມາ, ທ່ານ ນາງ ຫຼຽນຄຳ ວິລະພັນ ຄະນະບໍລິຫານງານສູນກາງແມ່ຍິງລາວ ກຳມະການພັກ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ນວ ໄດ້ຖະແຫຼງຂ່າວການຈັດງານປະເພນີ ສືບສານສີມືແມ່ ຄັ້ງທີ I ໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ, ທີ່ສະຫະພັນແມ່ຍິງ ນວ ຈັດຂືືຶ້ນເປັນຄັ້ງທຳອິດ ຢູ່ສວນເຈົ້າອານຸວົງ ໃນລະຫວ່າງວັນທີ 4 ມີນາ – 8 ມີນາ 2022, ທີ່ສໍານັກປົກຄອງນະຄອນຫຼວງວຽງຈັນ.

ໂດຍມີທ່ານ ນາງ ວິໄລວອນ ຈັນທະລາຕີ ກຳມະການພັກ ຫົວໜ້າພະແນກຖະແຫຼ່ງຂ່າວ – ວັດທະນາທຳ ແລະ ທ່ອງທ່ຽວ ນວ, ທ່ານ ນາງ ຈຳປາທອງ ອິນທະລົງແສງຈັນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ນວ ແລະ ຕາງໜ້າສະຫະພັນແມ່ຍິງ 9 ຕົວເມືອງເຂົ້າຮ່ວມ.ທ່ານ ນາງ ຫຼຽນຄຳ ວິລະພັນ ຄະນະບໍລິຫານງານສູນກາງແມ່ຍິງລາວ ກຳມະການພັກ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ນວ ໃຫ້ຮູ້ວ່າ:

ການຈັດງານດັ່ງກ່າວ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ທັງເປັນການປຸກລະດົມຂະບວນການແມ່ຍິງ ປະກອບສ່ວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຕິດພັນກັບມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງທົ່ວປະເທດ ແລະ ແມ່ຍິງ ນວ ຄັ້ງທີ VIII, ແນໃສ່ສົ່ງເສີມຮີດຄອງປະເພນີ, ວັດທະນະທຳ ຂອງແມ່ຍິງລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ພາຍໃຕ້ການຮັກສາມາດຕະການ ປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ພາຍໃນງານມີຮ້ານຂາຍເຄື່ອງທັງໝົດ 172 ຮ້ານ, ໃນນີ້ມີຮ້ານຫັດຖະກຳ 25 ຮ້ານ, ຮ້ານຂາຍອາຫານ 105 ຮ້ານ, ຮ້ານຂາຍໝາກໄມ້ສົດ 10 ຮ້ານ ແລະ ຮ້ານອື່ນໆອີກ 20 ຮ້ານ.

ດັ່ງນັ້ນ ຂໍເຊີນຊວນມວນຊົນທຸກທົ່ວໜ້າ ເພື່ອເຂົ້າມາທ່ຽວຊົມ-ເລືອກຊິມ, ເລືອກຊື້ອາຫານ, ເຄື່ອງຫັດຖະກຳ ແລະ ຜະລີດຕະພັນຕ່າງໆ ພາຍໃນງານ ເພື່ອສົ່ງເສີມການທ່ອງທ່ຽວລາວ ໃນງານປະເພນີ ສືບສານສີມືແມ່ ຄັ້ງທີ I ປະຈຳປີ 2022 ຢ່າງເປັນຂະບວນຟົດຟື້ນ ແລະ ປອດໄພ.

ຮູບພາບ: VWYC Fans ສູນສຸຂະພາບ ພັດທະນາ ແມ່ຍິງ ແລະ ໄວໜຸ່ມ ນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here