ຫາລືກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ (LMIS)

0
1402

ສອງກະຊວງ ປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ (LMIS) ແລະ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS).

ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍ້ມູນແຮງງານແບບທັນສະໄໝ (LMIS) ແລະ ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ຂຶ້ນໃນວັນທີ 1 ມີນາ 2022ທີ່ ກະຊວງການເງິນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນກະຊວງການເງິນ ແລະ ທ່ານ ນ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງການ-ຮອງຫ້ອງການ, ຫົວໜ້າອົງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງສອງກະຊວງ ເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືກ່ຽວກັບການເຊື່ອມຕໍ່ລະບົບບໍລິຫານຖານຂໍໍ້ມູນແຮງງານແບບທັນສະໄໝ ຄັ້ງນີ້, ຊຶ່ງມີຈຸດປະສົງຕົ້ນຕໍເພື່ອສ້າງຖານຂໍ້ມູນ ແລະ ຂື້ນທະບຽນ ຜູ້ອອກແຮງງານລາວ ທັງໝົດດ້ວຍລະບົບທັນສະໄຫມເພື່ອຕິດຕາມການເຄື່ອນໄຫວຂອງຕະຫຼາດແຮງງານ ໂດຍສະເພາະການປ່ຽນແປງສະພາບກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ; ຕິດຕາມການມີລາຍຮັບຂອງແຮງງານລາວ ແລະ ແຮງງານຕ່າງປະເທດ ໃຫ້ເປັນໄປຕາມຄວາມຈິງຫຼາຍທີ່ສຸດ ເພື່ອໃຫ້ປະຕິບັດພັນທະດ້ານອາກອນລາຍໄດ້ຢ່າງເໝາະສົມ; ເປົ້າຫມາຍແມ່ນຜູ້ອອກແຮງງານລາວ ປະມານ 1,5 ລ້ານ (ໜຶ່ງລ້ານຫ້າແສນຄົນ) ຄົນໃນທົ່ວປະເທດ ທັງໃນ ແລະ ນອກລະບົບເສດຖະກິດ.

ນອກລະບົບລວມມື: ແຮງງານໃນຄົວເຮືອນ, ຜູ້ປະກອບອາຊີບອິດສະຫຼະຄ້າຂາຍອອນລາຍ, ຜູ້ເຮັດວຽກແບບກິນຕາມຜະລິດຕະພັນ ແລະ ຜູ້ອອກແຮງງານຕ່າງປະເທດທີ່ຖືກຕ້ອງ ແລະ ຍັງບໍ່ຖືກຕ້ອງຕາມກົດໝາຍ.

ພ້ອມກັນນີ້ໄດ້ມີທະບຽນ ແລະ ປະຫວັດການເຮັດວຽກພ້ອມລາຍລະອຽດທີ່ເຊື່ອຖືໄດ້; ມີປະຫວັດການຈ່າຍປະກັນສັງຄົມຂອງຕົນ, ປະຫວັດການຈ່າຍອາກອນລາຍໄດ້ຂອງຕົນ; ມີຄວາມສະດວກໃນການສ້າງ ຫລື ຍົກເລີກສັນຍາແຮງງານ; ມີຄວາມສະດວກໃນການສະຫມັກວຽກ ແລະ ເຂົ້າຖິງຂໍ້ມູນຂ່າວສານຕະຫລາດແຮງງານ; ມີເລກປະຈຳຕົວຜູ້ເສຍອາກອນ ເພື່ອຢັ້ງຢືນສະຖານະຢ່າງຖືກຕ້ອງ; ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງຕາມກົດຫມາຍແຮງງານ, ໄດ້ຮັບການຊ່ວຍເຫຼືອຢ່າງທັນການໃນກໍລະນີເກີດເຫດການຕ່າງໆທີ່ມີຜົນກະທົບຕໍ່ວຽກທີ່ຕົນເອງເຮັດ,ໄດ້ມີລະບົບຂໍ້ມູຂ່າວສານຕະຫລາດແຮງງານທີ່ທັນສະໄຫມ; ມີຂໍ້ມູນກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ ລວມທັງສະຖານະພາບຂອງຜູ້ອອກແຮງງານ ທີ່ມີຄວາມຊັດເຈນ ຖືກຕ້ອງ ແລະ ທັນເວລາ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາດ້ານແຮງງານໄດ້ໄວຂື້ນ; ສາມາດເກັບລາຍຮັບຈາກອາກອນເງິນເດືອນ, ອາກອນລາຍໄດ້ດີຂື້ນກວ່າເກົ່າ;

ມີຂໍ້ມູນເພື່ອນຳໃຊ້ໃຫ້ແກ່ການສ້າງກຳລັງແຮງງານທົດແທນໄດ້ໃນແຕ່ລະໄລຍະ,ແຮງງານທຸກຄົນໃນລະບົບເສດຖະກິດຂອງປະເທດໄດ້ຮັບການປົກປ້ອງ ແລະ ຄຸ້ມຄອງຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປອດໄພ.ຈາກສະຖິຕິຜ່ານມາຄາດວ່າໃນ 2 ປີ ຈະສາມາດຂື້ນທະບຽນໃຫ້ຜູ້ອອກແຮງງານ ຈຳນວນ 1,5 ລ້ານຄົນ ມີຜູ້ທີ່ມີເງິນເດືອນ ສູງກວ່າ 1,3 ລ້ານກີບ (ໜຶ່ງລ້ານສາມແສນກີບ) ທີ່ຕ້ອງຈ່າຍອາກອນຈຳນວນຫລາຍກວ່າ 50% ຂອງຜູ້ອອກແຮງງານທັງຫມົດ.

ກອງປະຊຸມຄັ້ງນີ້,ບັນດາຜູ້ເຂົ້າຮວ່ມກອງປະຊຸມຂອງສອງກະຊວງກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນ ແລກປຽນບົດຮຽນເຊິ່ງກັນແລກັນ ຢ່າງສ້າງສັນ ມີວິທະຍາສາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ມີຄວາມເປັນເອກະພາບສູງ, ພ້ອມກັນແກ້ໄຂລຸດບັນດາຂອດຂັ້ນດ້ານເອກະສານຕ່າງໆໃຫ້ມີຄວາມວອ່ງໄວໂດຍເນັ້ນການກວດການຫລັງຈ່າຍໃຫ້ມີຄວາມສັດເຈນ,ບັບປຸງນິຕິກຳໃຫ້ສອດຄ່ອງກັບຕົວຈິງ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

(ຂ່າວສານຮສສ)

LEAVE A REPLY

Please enter your comment!
Please enter your name here