ເປັນເຈົ້າການສະກັດກັ້ນ ປ້ອງກັນບໍ່ໃຫ້ໄຟໄໝ້ລາມປ່າໃນລະດູຮ້ອນ

0
799

ເພື່ອເປັນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມຍືນຍົງຕະຫຼອດໄປ ເຮັດໃຫ້ເນື້ອທີ່ຄວາມປົກຫຸ້ມປ່າໄມ້ໃຫ້ ບັນລຸເຖິງ 70% ຂອງເນື້ອທີ່ທົ່ວປະເທດທີ່ໄດ້ກຳນົດໄວ້ໃນແຜນຍຸດທະສາດປ່າໄມ້ດັ່ງກ່າວ ລັດຖະບານເຮົາໄດ້ມີການຈັດສັນກໍານົດຂອບເຂດ, ປັກຫຼັກໝາຍ ແລະ ຕິດປ້າຍເຂດຟື້ນຟູປ່າການປ້ອງກັນໄຟໄໝ້ລາມປ່າ, ການປຸກໄມ້ເສີມໃຫ້ເປັນປ່າພ້ອມກັບການສົ່ງເສີມເຕັກນິກ-ວິຊາການ ດ້ານແກ່ນພັນໄມ້ ແລະ ການປູກປ່າໄປຄຽງຄູ່ກັບການໂຄສະນາເຜີຍແຜ່ສຶກສາອົບຮົມໃຫ້ແກ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈເຂົ້າຮ່ວມເປັນເຈົ້າການໃນການຟື້ນຟູປ່າໃນພື້ນທີ່ປ່າໄມ້ຊຸດໂຊມໃຫ້ກາຍເປັນປ່າທີ່ອຸດົມສົມບູນການປູກໄມ້ອຸດສາກໍາໃຫ້ຫຼາຍເພື່ອປະກອບສ່ວນເຂົ້າໃນແຜນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງແຂວງທີ່ຕິດພັນກັບການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ເພີ່ມທະວີການປ້ອງກັນ ແລະ ສະກັດ ກັ້ນຕ້ານໄຟລາມປ່າ, ຕ້ອງໄດ້ຈັດຕັ້ງປະຕິບັດພາຍໃຕ້ບັນດານິຕິກຳຄໍາສັ່ງ, ແຈ້ງການລະບຽບການກົດໝາຍກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ແລະ ການປົກປັກຮັກສາສັດປ່າ ແລະ ພືດປ່າ ໂດຍການບັງຄັບໃຊ້ກົດໝາຍໃຫ້ມີຜົນສັກສິດ.

ແນ່ໃສ່ໃນການຄຸ້ມຄອງການກວດກາຕິດຕາມການປັບໃໝ ແລະ ການດໍາເນີນຄະດີຕໍ່ກັບຜູ້ທີ່ຜ່າຝືນກະທຳຜິດໃນການທຳລາຍປ່າໄມ້ ແລະ ລ່າສັດປ່າພາຍໃນຂອບເຂດແຂວງບໍ່ແກ້ວ ມອບໃຫ້ບັນດາພະແນກການຂະແໜງ ການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດໃນການເອົາໃຈໃສ່ປະຕິບັດໜ້າທີ່ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ດີ ແລະ ຖືກຕ້ອງຕາມລະບຽບກົດໝາຍ,ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ວງ, ອໍານາດການປົກຄອງທຸກຂັ້ນ, ຊີ້ນໍາຂະແໜງປ່າໄມ້, ກອງຄຸ້ມ ຄອງປ່າສະຫງວນ ແລະ ປ່າປ້ອງກັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ເພື່ອເຮັດໜ້າທີ່ກໍານົດລະບຽບການ ແລະ ມາດຕະການເຜີຍແຜ່ໂຄສະນາແນະນໍາໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນສະກັດກັ້ນໄຟໄໝ້ປ່າ ແລະ ການລ່າສັດປ່າ ແລະ ພືດປ່າປະເພດຫວງຫ້າມຢ່າງເດັດຂາດ ໃຫ້ຈັດຕັ້ງປະຕິບັດໃນການປຶກສາຫາລື, ຄົ້ນຄ້ວາເອົາໃຈໃສ່ລົງຕິດ ຕາມກວດການຖາງປ່າເຮັດໄຮ່ຂອງປະຊາຊົນ, ໃນການແນະນຳໃຫ້ປະຊາຊົນ ຫາວິທີປ້ອງກັນໄຟໄໝ້ລາມປ່າເຂດທີ່ປະຊາຊົນຍັງບໍ່ທັນຖາງປ່າ ແລະ ຈຸດປ່າໄມ້ເພື່ອກະກຽມເນື້ອທີ່ທຳການຜະລິດກະສິກໍາຕ້ອງໄດ້ຈໍາກັດໃຫ້ຢູ່ສະ ເພາະເຂດທີ່ຈັດສັນເນື້ອທີ່ດິນໃຫ້ເທົ່ານັ້ນ, ສ່ວນເຂດທີ່ຍັງບໍ່ທັນໄດ້ຈັດສັນນັ້ນໃຫ້ ຈໍາກັດເຂດທີ່ກໍານົດໄວ້ ເຊັ່ນ: ເຂດປ່າຊຸດໂຊມ ຫຼື ດິນປ່າເຫຼົ່າໄຮ່ ແລະ ຕ້ອງຢູ່ຫ່າງຈາກແມ່ນໍ້າບໍ່ຕໍ່າກວ່າ 50 ແມັດ ຂຶ້ນໄປ, ຈາກເສັ້ນທາງ 50 ແມັດຂຶ້ນໄປກ່ອນຈະຈູດໄຮ່ ຕ້ອງສ້າງແລວກັນໄຟອ້ອມຮອບເນື້ອທີ່ໄວ້ໃຫ້ມີຄວາມກວ້າງ 3 ແມັດຂຶ້ນໄປການຈຸດໄຮ່ຕ້ອງແມ່ນຍາມເຊົ້າ ຫຼື ຍາມແລງເວລາແດດອ່ອນ ແລະ ບໍ່ມີລົມແຮງໃນເວລາຢູ່ປ່າກ່ອນຈະຖີ້ມກອກຢາສູບຕ້ອງ ໄດ້ມອດເສຍກ່ອນ, ການດັງໄຟຕ້ອງຖາງອ້ອມຮອບກອງໄຟ ແລະ ກ່ອນຈະຍ້າຍໄປບ່ອນອື່ນຕ້ອງມອດໄຟໃຫ້ຄັກແນ່ເສຍກ່ອນ.

ໃນຂອບເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດທີ່ມີປະຊາຊົນອາໃສ ຢູ່ພາຍໃນ ແລະ ຢູ່ນອກ; ເຊິ່ງຕິດພັນກັບການ ຖາງປ່າເຮັດໄຮ່ເຮັດສວນ, ທຳມາຫາກິນການທ່ອງທຽ່ວ ແລະອື່ນໆ ຕ້ອງໄດ້ແນະນໍາປະຊາຊົນເຮັດຢູ່ ສະເພາະເຂດທີ່ໄດ້ກຳນົດໄວ້ສໍາລັບການເຮັດໄຮ່ ແລະ ສວນປູກພືດຕ່າງໆເທົ່ານັ້ນ ເຊັນ: ດິນປ່າເຫຼົ່າໄຮ່ທີ່ໄດ້ຜ່ານການຈັດສັນໃຫ້ນໍາໃຊ້, ດິນສວນປູກພືດທີ່ໄດ້ຮັບອະນຸຍາດ, ດິນສວນປູກໄມ້ອຸດສາຫະກຳທີ່ໄດ້ຂຶ້ນທະບຽນສວນປຸກ.ໃນກໍລະນີໄຟໄໝ້ລາມປ່າເກີດຂຶ້ນຢູ່ເຂດບ້ານໃດແມ່ນມອບໃຫ້ບ້ານ ນັ້ນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເປັນເຈົ້າການປຸກລະດົມປະຊາຊົນມາຊ່ວຍກັນມອດ ໄຟໃນກໍລະນີທີ່ໄຟໄໝ້ປ່າຮຸນແຮງບໍ່ສາມາດດັບມອດໄດ້ຕ້ອງຂໍຄວາມ ຊ່ວຍເຫຼືອຈາກປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດທີ່ຢູ່ໃກ້ຄຽງເພື່ອພ້ອມກັນດັບມອດໄຟປ່າ, ສ່ວນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕ້ອງຮັບຜິດຊອບເກັບກຳຂໍ້ມູນຊອກຫາສາເຫດທີ່ພາໃຫ້ເກີດໄຟໄໝ້ລາມປ່າໃຫ້ພະແນກການ, ຂະແໜງການ, ກອງກວດກາປ່າໄມ້ດໍາເນີນຄະດີ ການສືບສວນ-ສອບສວນປະຕິ ບັດຕາມລະບຽບ, ກົດໝາຍສໍາລັບ ມາດຕະການຕໍ່ຜູ້ ທີ່ລະເມີດ, ບໍ່ໃຫ້ ການຮ່ວມມື ແລະ ດຳເນີນຄະດີຢ່າງ ເຂັດຂາດຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍ ວ່າດ້ວຍປ່າໄມ້.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here