Homeຂ່າວທ້ອງຖິ່ນສະຫຼຸບວຽກງານຮອບດ້ານ ປີ 2021 ແລະ ວາງທິດທາງແຜນການປີ 2022

ສະຫຼຸບວຽກງານຮອບດ້ານ ປີ 2021 ແລະ ວາງທິດທາງແຜນການປີ 2022

ກອງບັນຊາການທະຫານເມືອງ ຕົ້ນເຜິ້ງ ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022.

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດຮອບດ້ານ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງກອງບັນຊາການທະຫານເມືອງ ຕົ້ນເຜິ້ງ ໄດ້ຈັດຂຶ້ນໃນ ຕອນເຊົ້າ ວັນທີ 3 ມີນາ 2022 ນີ້ ຢູ່ທີ່ສະໂມສອນກອງບັນຊາການ ໂດຍການເປັນປະທານຂອງ ທ່ານ ພັທ ສູນທອນ ວັນທອງ ກຳມະການພັກເມືອງ ຫົວໜ້າການເມືອງກອງບັນຊາການທະການເມືອງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄຳແຍງ ຄອນໄຊຍະກີດ ເຈົ້າເມືອງໆ ຕົ້ນເຜິ້ງ ປະທານປ້ອງ ປກຊ – ປກສ ເມືອງ, ມີຄະນະພັກ – ຄະນະບັນຊາ, ພະນັກງານນັກຮົບພາຍໃນກົມກອງ, ແຂກຖືກເຊີນຈາກກົມກອງເພື່ອນ ແລະ ຈາກຫ້ອງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບວຽກງານຮອບດ້ານຂອງກອງບັນຊາການ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມຂອງເມືອງ ຕົ້ນເຜິ້ງ ເປັນຕົ້ນ:

ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ; ສະພາບຊາຍແດນ ແລະ ສະພາບປະຊາຊົນ ເຊິ່ງໄລຍະຜ່ານມາ ປະຊາຊົນພາຍໃນເມືອງ ຕົ້ນເຜີ້ງ ແມ່ນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ ປະຕິບັດລະບຽບກົດໝາຍຂອງບ້ານເມືອງ, ມິຄວາມຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ – ສັງຄົມ ແລະ ໄດ້ປະກອບສ່ວນເຂົ້າໃນວຽກງານ ປກຊ – ປກສ, ສະພາບຕາມຊາຍແດນມີຄວາມສະຫງົບ ແຕ່ເຖິງຢ່າງໃດກໍ່ຕາມ ພວກອິດທິກຳລັງປໍລະປັກເວລາໃດກໍ່ບໍ່ໄດ້ລົດລະຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາໂດຍນໍາໃຊ້ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິ ດ້ວຍການໂຄສະນາໃສ່ຮ້າຍປ້າຍສີ ທັບຖົມໂຈມຕີບົດບາດການນໍາພາຂອງພັກ – ລັດ ດ້ວຍຫຼາຍຮູບການ, ປະຊາຊົນຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ – ລັດ ເຊິ່ງສະແດງອອກໃນປາກົດການຫຍໍ້ທໍ້ຕ່າງໆ ເຊັ່ນ:

ການຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ, ຄ້າຂາຍເຖື່ອນ, ລັກລອບນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງ, ຂີ້ລັກງັດແງະ ແລະ ອຸບັດຕິເຫດຕາມທ້ອງຖະໜົນ, ຍັງມີກູ່ມຄົນຈໍານວນໜຶ່ງລັກລອບເຂົ້າ – ອອກເມືອງ ໂດຍບໍ່ຖືກຕ້ອງຈາມລະບຽບການທີ່ຂັ້ນເທິງກຳນົດໄວ້. ໃນໄລຍະ 1 ປີ ຜ່ານມາ ຄະນະພັກ – ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາພະນັກງານພາຍໃນກົມກອງປິ່ນອ້ອມຕາມ 04 ໜ້າທີ່ໃຫຍ່ ແລະ 26 ແຜນງານ ເປັນຕົ້ນ: ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ; ວຽກງານປັບປຸງກໍ່ສ້າງກຳລັງ; ວຽກງານຮັບປະກັນພະລາທິການ – ເຕັກນິກ; ວຽກງານພົວພັນ ແລະ ການຮ່ວມມືຕ່າງປະເທດ ເຮັດໃຫ້ເມືອງມີຄວາມສະຫງົບ ມີສະຖຽນລະພາບ, ກຳລັງມິຄວາມເຂັ້ມແຂງ, ຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໄດ້ຮັບການພັດທະນາດີຂຶ້ນ. ຈາກນັ້ນ ຄະນະປະທານ, ຄະນະພັກ – ຄະນະບັນຊາ, ນາຍ ແລະ ພົນທະຫານພາຍໃນກົມກອງ ກໍ່ໄດ້ປະກອບຄຳຄິດຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນແນວທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ຍັງໄດ້ມີການເລື່ອນຊັ້ນນາຍສິບໃຫ້ແກ່ພະນັກງານນັກຮົບພາຍໃນກົມກອງ ຈໍານວນ 01 ຫາຍ ຄື ເລື່ອນຊັ້ນ ສະຫາຍ ສົມຈິດ ອຸປະເສີດ ຈາກຊັ້ນສິບໂທ ຂຶ້ນເປັນສິບເອກ ແລະ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ ຜ່ານມາ ໃຫ້ກຽດປະດັບຊັ້ນ ແລະ ມອບໃບຍ້ອງຍໍໂດຍ ທ່ານ ຄຳແຍງ ຄອນໄຊຍະກິດ ແລະ ທ່ານ ພັທ ສູນທອນ ວັນທອງ.

ກອງປະຊຸມ ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງໆ ຕົ້ນເຜິ້ງ ກໍ່ໄດ້ມີຄໍາເຫັນໂອລົມຫຼາຍບັນຫາ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ – ຄະນະບັນຊາ ແລະ ນັກງານນັກຮົບພາຍໃນກົມກອງທີ່ຍາດມາໄດ້ຜົນງານຫຼາຍດ້ານໃນໄລຍະ 1 ປີ ຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົບທາງດ້ານການເມືອງແນວຄິດ, ຝຶກແອບດ້ານການທະຫານໃຫ້ແກ່ພະນັກງານນັກຮົບພາຍໃນກົມກອງ, ສືບຕໍ່ປະຕິບັດແຜນຝຶກແອບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ກຳລັງກອງຫຼອນ ບ້ານ ແລະ ນ້ອງນັກຮຽນແຕ່ລະໂຮງຮຽນພາຍໃນເມືອງ, ເອົາໃຈໃສ່ກວດກາລາດຕະເວນ ເພື່ອຕິດຕາມສະພາບພາຍໃນເມືອງ ແລະ ສະພາບຕາມຊາຍແດນ, ເອົາໃຈໃສ່ປະຕິບັດຕາມ 7 ລະບອບ 18 ວຽກ ຂອງກອງທັບ, ເອົາໃຈໃສ່ໃນການປັບປຸງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໃຫ້ນັບມື້ນັບດີຂຶ້ນ.

ພາບ – ຂ່າວ: