ເຈົ້າໜ້າທີ່ ປກສ ເມືອງບຸນເໜືອກັກເປົ້າໝາຍຄ້າຂາຍຢາເສບຕິດ

0
1795

ເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ກັກເປົ້າໝາຍຄ້າຂາຍຢາເສບຕິດ ປະເພດຢາບ້າ 1.740 ເມັດ.

ເພື່ອເປັນການປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃຫ້ບັນລຸຕາມຄາດໝາຍ ເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ສຸມໃສ່ຢ່າງເຂັ້ມງວດໃນການຕິດຕາມກວດກາເປົ້າໝາຍຄ້າຂາຍຢາເສບຕິດຢູ່ຈຸດຫຼໍ່ແຫຼມຕ່າງໆ.

ໃນຄັ້ງວັນທີ 20 ກຸມພາ 2022 ເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຮັບແຫຼ່ງຂ່າວວ່າ ຈະມີການເຄື່ອນໄຫວຊື້-ຂາຍຢາເສບຕິດ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ວາງກໍາລັງລົງຕິດຕາມ ຕາມແຫຼ່ງຂ່າວເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ຈັດຕັ້ງກໍາລັງຕັ້ງດ່ານກວດຢູ່ຈຸດກວດກາປ້ອມຍາມເຂດບ້ານບໍ່ໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ ພົບເຫັນເປົ້າໝາຍໄດ້ຂັບຂີ່ລົດຈັກມາຕາມທາງຫຼວງ ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົນກວດຄົ້ນພາຫະນະ ແລະ ຄົ້ນຕົວຜູ່ກ່ຽວໄດ້ 2 ຄົນຄື:

1 ຊື່ ທ້າວ ຕາວັນ ອາຍຸ 23 ປີ ອາຊີບ ປະຊາຊົນ, ຢູ່ບ້ານປ່າຄ່າໃໝ່ ແລະ ທ້າວ ອາດສ່ານ ອາຍຸ 22 ປີ, ອາຊີບ ປະຊາຊົນ, ຢູ່ບ້ານປ່າຄ່າໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ ພ້ອມຂອງກາງຢາບ້າ ຈໍານວນ 1.740 ເມັດ.

ກ່ຽວກັບຄະດີດັ່ງກ່າວ ປັດຈຸບັນເຈົ້າໜ້າທີ່ພວມດໍາເນີນສືບສວນ-ສອບສວນ ແລະ ນໍາໄປປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ພາບ-ຂ່າວ: ກອງບັນຊາການ ປກສ ແຂວງຜົ້ງສາລີ

LEAVE A REPLY

Please enter your comment!
Please enter your name here