ແຂວງຫຼວງພະບາງໃຫ້ແກ່ກຸ່ມເປົ້າໝາຍແຕ່ອາຍຸ 6 ປີ ຂຶ້ນໄປ

0
1160

ແຂວງຫຼວງພະບາງ ເປີດຂະບວນການວັນສັກຢາແຫ່ງຊາດ ແລະ ໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍແຕ່ອາຍຸ 6 ປີ ຂຶ້ນໄປ.

ໃນຕອນເຊົ້າຂອງວັນທີ 4 ມີນາ 2022 ນີ້, ຫ້ອງການສາທາລະນະສຸກນະຄອນ-ຫຼວງພະບາງຮ່ວມກັບຄະນະສະເພາະກິດຂັ້ນແຂວງ ແລະຄະນະກໍາມະການຮັກສາສຸຂະພາບຂັ້ນນະຄອນ-ຫຼວງພະບາງໄດ້ລົງເປີດຂະບວນການວັນສັກຢາແຫ່ງຊາດ ແລະໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍແຕ່ອາຍຸ 6 ປີຂື້ນໄປ ຢູ່ທີ່ໂຮງຮຽນປະຖົມສົມບູນຫຼວງພະບາງ.

ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດ ຄວບຄຸມໂຄວິດ 19 ຂັ້ນແຂວງ, ດຣ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງ, ມີຄະນະສະເພາະກິດຂັ້ນແຂວງ, ຂັ້ນນະຄອນ-ຫຼວງພະບາງ,ພະນັກງານ ພະແນກສາທາລະ ນະສຸກແຂວງ, ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະນ້ອງນັກຮຽນເຂົ້າຮ່ວມ.

ແຫຼ່ງຂ່າວ: ຂ່າວສານຫລວງພະບາງ Luangprabang News

LEAVE A REPLY

Please enter your comment!
Please enter your name here