ກັກກຸ່ມຄ້າຂາຍຢາເສບຕິດໄດ້ຍ້ອນພົນລະເມືອງເປັນຫູເປັນຕາຊ່ວຍກັນ

0
1103

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພັຕ ຄໍາຈັນ ວິໄລ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ໃຫ້ຮູ້ວ່າ: ທ້າຍເດືອນກຸມພາ 2022 ພົນລະເມືອງ ແຈ້ງວ່າ: ມີກຸ່ມຄົນເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈິ່ງລົງເກັບກໍາຂໍ້ມູນ ແລະ ພິສູດແຫຼ່ງຂ່າວ ເຫັນວ່າມີຂໍ້ມູນຫຼັກຖານໜັກແໜ້ນຮັດກຸມ.

ໃນວັນທີ 1 ມີນາ 2022 ເວລາ 14:00 ໂມງ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ສົມທົບພາກສ່ວນກ່ຽວຂ້ອງມ້າງກຸ່ມຄ້າຂາຍຢາເສບຕິດ ຢູ່ບ້ານຄວາຍແດງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ສີລັງ ອາຍຸ 28 ປີ ກໍາມະກອນ ຢູ່ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພ້ອມຢາບ້າ 36 ເມັດ ສອບສວນຂະຫຍາຍຜົນ; ຮອດເວລາ 14:30 ໂມງ ຂອງວັນດຽວກັນ ສືບຕໍ່ເຂົ້າແກ້ໄຂເປົ້າໝາຍກັກຕົວຜູ້ຖືກຫາ 3 ຄົນ ຊື່ທ້າວ ສຸບັນ ອາຍຸ 26 ປີ ກໍາມະກອນ ບ້ານຄວາຍແດງ ພ້ອມຢາບ້າ 13 ເມັດ, ທ້າວ ເກສັນ ອາຍຸ 25 ປີ ແລະ ທ້າວ ບ່ອມເບ ອາຍຸ 26 ປີ ທັງສອງ ຢູ່ບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຜ່ານການສືບສວນ-ສອບສວນ ພວກກ່ຽວໃຫ້ການວ່າ: ມີການພົວພັນຄ້າຂາຍຢາເສບຕິດ ເຄີຍຊື້ນໍາ ທ້າວເພັດສະໝອນ ອາຍຸ 34 ປີ ກໍາມະກອນ ບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ຈໍານວນ 10-50 ເມັດ.

ພາຍຫຼັງມີຂໍ້ມູນ ເວລາຕໍ່ມາໄດ້ກັກຕົວ ທ້າວເພັດສະໝອນ ພ້ອມຂອງກາງຢາບ້າ 10 ເມັດ ສອບສວນເອົາຄຳໃຫ້ການ ເຫັນໄດ້ວ່າ ມີການຊັດທອດຫາພັກພວກ ຈິ່ງໄດ້ໄລ່ຊອກໄລ່ຈັບ ທ້າວ ຄໍາທຸ່ນ ອາຍຸ 36 ປີ ມີຢາບ້າ 1.070 ເມັດ ສອບສວນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ເສບຢາເປັນຂະບວນການ.

ປັດຈຸບັນ ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ເປີດກ້ວາງຜູ້ຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here