ເຊບັ້ງໄຟເປີດພິທີສັກຢາກັນພະຍາດແຫ່ງຊາດຕ້ານໂຄວິດ-19 ໃຫ້ເດັກອາຍຸແຕ່ 6-11 ປີ

0
1113

ເມືອງເຊບັ້ງໄຟເປີດພິທີສັກຢາກັນພະຍາດແຫ່ງຊາດຕ້ານໂຄວິດ-19ໃຫ້ເດັກອາຍຸແຕ່ 6-11 ປີ

ໃນວັນທີ 4 ມີນາ 2022 ຜ່ານມານີ້ຢູ່ທີ່ໂຮງຮຽນປະຖົມບ້ານຂົວເຊ ເມືອງເຊບັ້ງໄຟ ໄດ້ເປີດພິທີ ສັກຢາກັນພະຍາດແຫ່ງຊາດຕ້ານໂຄວິດ-19ໃຫ້ເດັກອາຍຸແຕ່ 6-11 ປີ ໃຫ້ເດັກອາຍຸ 6-11 ປີ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ລົດວິໄລ ຈັນທະນຸວົງ ຮອງເຈົ້າເມືອງໆເຊບັ້ງໄຟ ຜູ້ຊີ້ນຳວຽກວັດທະນະທຳ-ສັງຄົມ, ທ່ານ ບຸນບັງ ມາດນີວົງ ຫົວໜ້າຫ້ອງ ການສາທາລະນະສຸກເມືອງ ໂດຍມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງ, ພະນັກງານແພດໝໍ, ພະນັກງານຄູອາ ຈານ, ນາຍບ້ານ ພໍ່ແມ່ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ລົດວິໄລ ຈັນທະນຸວົງ ຮອງເຈົ້າເມືອງໆເຊບັ້ງໄຟ ກໍ່ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ແລະ ຮຽກ ຮ້ອງມາຍັງຄະນະພັກອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃຫ້ເອົາໃຈໃສ່ຊຸກຍູ້ວຽກງານສັກຢາປ້ອງກັນພະຍາດຢ່າງຈິງຈັງສາມາດບັນລຸໄດ້ 60% ຂຶ້ນເມືອ ສະເພາະເຂັມ 1,2 ແລະ 3 ສໍາລັບເມືອງເຊບັ້ງໄຟກໍ່ໄດ້ຕັ້ງໜ້າມີສ່ວນຮ່ວມໃນການຫຼຸດຜ່ອນການເຈັບເປັນ, ການຕາຍຈາກພະຍາດໂຄວິດ 19 ເຊິ່ງສະແດງອອກໃນການລາຍງານແຕ່ລະວັນຂອງຄະນະສະເພາະກິດຂັ້ນແຂວງສຳລັບຮອບພິເສດ ( ວສຊ ) ໃນປີ 2022 ເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ລູກຫຼານໃນເກນອາຍຸ 6-11 ປີ ໃຫ້ບັນລຸ 80% ຂຶ້ນໄປ

ໃນເຂັມທີ 1 ພ້ອມນັ້ນທ່ານກໍ່ໄດ້ເນັ້ນໜັກທຸກພາກສ່ວນທົ່ວສັງຄົມຈົ່ງເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມໂຄສະນາປະຊາສຳພັນຂະບວນການດັ່ງກ່າວ ໃຫ້ກວ້າງຂວາງທົ່ວເຖິງປະກອບສ່ວນຊຸກຍູ້ຢ່າງແຂງແຮງຈາກອົງການປົກຄອງທຸກຂັ້ນ, ຄະນະພັກ, ສື່ມວນຊົນ, ອົງການຈັດຕັ້ງມະຫາຊົນພ້ອມທັງຜູ້ປົກຄອງເດັກຈົ່ງນຳ ພາລູກຫຼານຂອງຕົນໃນເກນອາຍຸ 6-11 ປີໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19 ຫຼັງຈາກສໍາເລັດພິທີແລ້ວທີມງານແພດໝໍກໍ່ໄດ້ສັກຢາໃຫ້ເດັກນ້ອຍ ສໍາລັບຂະບວນການສັກຢາປ້ອງກັນພະຍາດໂຄວິດ-19 ຢູ່ເມືອງເຊບັ້ງໄຟ ເລີ່ມແຕ່ວັນທີ 4-19 ມີນາ 2022ໃຫ້ສໍາເລັດຕາມລະດັບຄາດໝາຍ.

ຂໍ້ມູນ:

LEAVE A REPLY

Please enter your comment!
Please enter your name here