ລົດໄຟລາວ-ຈີນ ທີ່ເປັນລົດໄຟEMUຈະເປີດແລ່ນສອງຂະບວນຕໍ່ໃສ່ກັນ

0
2254

ບໍລິສັດເສັ້ນທາງລົດໄຟ ລາວ-ຈີນຈຳກັດໄດ້ແຈ້ງໃຫ້ຊາບວ່າ: ຫວ່າງບໍ່ດົນມານີ້, ບໍລິສັດ ເສັ້ນທາງລົດໄຟລາວ-ຈີນ ຈຳກັດໄດ້ສຳເລັດການທົດລອງແລ່ນລົດໄຟ EMUຂະບວນລ້ານຊ້າງສອງຂະບວນຕໍ່ໃສ່ກັນ, ແລະ ມີແຜນຈະເປີດໃຫ້ບໍລິການໃນໄວໆນີ້, ເພື່ອເພີ່ມຄວາມຕ້ອງການດ້ານການບໍລິການໃຫ້ແກ່ຜູ້ໂດຍສານທີ່ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ. ລົດໄຟ EMU ສອງຂະບວນຕໍ່ໃສ່ກັນແມ່ນຮູບແບບໜຶ່ງທີ່ມັກນຳໃຊ້ໃນການບໍລິການ ຄື:

ເອົາຂະບວນລົດໄຟສອງຂະບວນມາເກາະໃສ່ກັນ, ເຊິ່ງມີຈຸດດີຢູ່ບ່ອນວ່າ ໃນກໍລະນີທີ່ບໍ່ປ່ຽນເວລາການແລ່ນລົດ, ກໍ່ສາມາດຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນໜຶ່ງເທົ່າຕົວ. ນັບແຕ່ມື້ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນໄດ້ນໍາໃຊ້ຫຼາຍມາດຕະການເພື່ອຍົກສູງຄຸນນະພາບການບໍລິການຜູ້ໂດຍສານໃຫ້ສູງຂຶ້ນເຊັ່ນ: ເພິ່ມຖ້ຽວຂະບວນລົດໄຟ, ເພີ່ມເວລາຂາຍປີ້ລ່ວງໜ້າ, ເພິ່ມບໍລິການການຂາຍປີ້ຢູ່ຕ່າງຖິ່ນ, ປັບປຸງຈຳນວນການຂາຍປີ້, ຕັ້ງຈຸດຂາຍປີ້ຢູ່ໃນຕົວເມືອງ ແລະ ອື່ນໆ. ເລີ່ມແຕ່ເປີດການບໍລິການເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານແລະສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນໄດ້ມີສະພາບການຝົດຟື້ນຂື້ນ, ລັດຖະບານແລະປະຊາຊົນກໍໄດ້ຮອງຮັບຢ່າງກວ້າງຂວາງ.

ນັບມາຮອດວັນທີ 7 ມີນານີ້, ເສັ້ນທາງລົດໄຟລາວ-ຈີນໄດ້ບໍລິການແລ່ນລົດລວມໄດ້ທັງໝົດ 172 ຂະບວນໄປ-ກັບ, ໃນນັ້ນ,ຂົນສົ່ງຜູ້ໂດຍສານບັນລຸໄດ້ 175.977 ເທື່ອຄົນ,ສະເລ່ຍແລ້ວສາມາດຂົນສົ່ງຜູ້ໂດຍສານສູງສຸດບັນລຸເຖິງ 3.160 ຄົນຕໍ່ມື້ ແລະ ອັດຕາຜູ້ໂດຍສານທີ່ນໍາໃຊ້ລົດໄຟສະເລ່ຍແມ່ນ 71,05%.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here