ກຽມພັດທະນາລະບົບຄໍ້າປະກັນສິນເຊື່ອ ໜູນວິສາຫະກິດ ນ້ອຍ-ກາງ

0
952

ໃນວັນທີ 7 ມີນາ 2022 ທີ່ນະຄອນຫລວງວຽງຈັນ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະ ຊຸມຜ່ານລະບົບທາງໄກ ປຶກສາຫາລື ກ່ຽວກັບການພັດທະນາລະບົບການຄໍ້າປະກັນສິນເຊື່ອ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຫລັງການລະບາດຂອງພະຍາດ ໂຄວິດ-19.

ພ້ອມກັນນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການບັນລະຍາຍ ກ່ຽວກັບວຽກງານຄໍ້າປະກັນສິນເຊື່ອ ເຊິ່ງນຳສະເໜີໂດຍຊ່ຽວຊານຕ່າງປະເທດ ໂດຍໄດ້ຍົກໃຫ້ເຫັນກ່ຽວກັບຄວາມສຳຄັນ, ກົນໄກ ແລະ ລະບົບການຄໍ້າປະກັນສິນເຊື່ອ ທີ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ດີໃນບາງປະເທດ.

ນອກຈາກນີ້, ຊ່ຽວຊານຍັງໄດ້ນຳສະເໜີກ່ຽວກັບແຜນວຽກທີ່ກ່ຽວຂ້ອງ ກັບການພັດທະນາລະບົບການຄໍ້າປະກັນສິນເຊື່ອໃນ 6 ເດືອນຕໍ່ໜ້າ.ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ຫົວໜ່ວຍທຸລະກິດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈວນກ) ເປັນກໍາລັງຫລັກ ແລະ ເປັນກົນໄກທີ່ມີຄວາມສຳຄັນ ໃນການຂັບເຄື່ອນລະບົບເສດຖະກິດ, ເປັນຜູ້ສ້າງແຫລ່ງລາຍຮັບໃຫ້ແກ່ລັດຖະບານ, ສ້າງວຽກເຮັດງານທໍາຈໍານວນຫລວງຫລາຍໃນສັງຄົມ ຖືໄດ້ວ່າມີບົດບາດທີ່ສຳຄັນ ຕໍ່ກັບການພັດທະນາເສດຖະກິດຂອງຊາດ.

ແຕ່ແນວໃດກໍຕາມ, ຫົວໜ່ວຍທຸລະກິດເຫລົ່ານີ້ ໄດ້ປະເຊີນໜ້າກັບຄວາມທ້າທາຍຫລາຍຢ່າງ ໃນການພັດທະນາທຸລະກິດຂອງຕົນ ໜຶ່ງໃນນັ້ນ ແມ່ນການເຂົ້າເຖິງແຫລ່ງທຶນ ຍ້ອນບໍ່ສາມາດປະຕິບັດຕາມເງື່ອນໄຂ ຂອງບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆໄດ້ ໂດຍສະເພາະການຂາດຫລັກຊັບຄໍ້າປະກັນ. ທ່ານ ບຸນເຖິງ ດວງສະຫວັນ ກ່າວຕື່ມວ່າ:

ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນວຽກງານການຄໍ້າປະກັນສິນເຊື່ອດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ມີແຜນການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຄົ້ນຄວ້າ ແລະ ພັດທະນາລະບົບຄໍ້າປະກັນສິນເຊື່ອ ຂອງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກຫລາຍພາກສ່ວນ ເພື່ອຮ່ວມກັນຄົ້ນຄວ້າສ້າງກົນໄກຄໍ້າປະກັນສິນເຊື່ອ, ນິຕິກໍາ, ຄູ່ມືແນະນໍາ ການຕິດຕາມຄຸ້ມຄອງ ແລະ ຕິດຕາມການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດໃນອະນາຄົດອັນໃກ້ນີ້.

ກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍຄືຄະນະຮັບຜິດຊອບການພັດທະນາລະ ບົບຄໍ້າປະກັນສິນເຊື່ອ ຈະສືບຕໍ່ນໍາເອົາຜົນຈາກກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍຈັດຕັ້ງປະຕິບັດ ໃນການພັດທະນາລະບົບການຄໍ້າປະກັນສິນເຊື່ອ ໃຫ້ໄດ້ຮັບໝາກຜົນສູງສຸດ ເພື່ອຊ່ວຍເຫລືອ ແລະ ສະໜັບສະໜູນບັນດາວິສາຫະກິດ ໃຫ້ສາມາດເຂົ້າເຖິງແຫລ່ງທຶນໄດ້.

ການພັດທະນາລະບົບການຄໍ້າປະກັນສິນເຊື່ອນີ້ ໄດ້ຮັບການສະໜັບສະໜູນໂດຍໂຄງການເຂົ້າເຖິງແຫລ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກ ໂຄວິດ-19 (MSME A2F-ESR).

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here