ເມືອງສາມັກຄີໄຊ ແຂວງອັດຕະປື ເລີ່ມສັກວັກຊີນໃຫ້ເດັກອາຍຸ 6-11 ປີ

0
989

ເໃນຕອນເຊົ້າວັນທີ 9 ມີນາ 2022 ນີ້, ເມືອງສາມັກຄີໄຊແຂວງອັດຕະປື ໄດ້ເປີດພິທີວັນສັກວັກຊິນແຫ່ງຊາດ ໃຫ້ວັກຊິນກັນພະຍາດໂຄວິດ-19 ແກ່່ກຸ່ມເປົ້າໝາຍເດັກອາຍຸແຕ່ 6 ປີ ຫາ 11 ປີ. ໃຫ້ກຜຽດເຂົ້າຮ່ວມຂອງທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງສາມັກຄີໄຊ ທັງເປັນຄະນະກຳມະການເພື່ອແມ່ ແລະ ເດັກຂັ້ນເມືອງ, ມີທ່ານ ດຣ ອິນປັນ ອິນທິລາດ ຫົວນ້າພະແນກສາທາລະນະສຸກແຂວງອັດຕະປື, ມີພະນັກງານວິຊາການແພດໝໍ,ຄູ-ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເດັກເຂົ້າຮວ່ມຢ່າງພ້ອມພຽງ.

ທ່ານ ພິທູນ ມະວົງສາ ໄດ້ກ່າວວ່າ: ມາຮອດປະຈຸບັນຕົວເລກການສັກວັກຊິນປ້ອງກັນ ໂຄວິດ-19 ໃນທົ່ວເມືອງ ສາມັກຄີໄຊ ປະຕິບັດໄດ້ເຂັມທີ 1.320 ກວ່າຄົນ ເທົ່າກັບ 77%, ເຂັມທີ 2.280 ກວ່າຄົນ ເທົ່າກັບ 67%, ສັກເຂັມທີ 3 ໄດ້ 5.368 ເທົ່າກັບ 13% .

ສະນັ້ນ, ຕໍ່ກັບການຮັບມືການລະບາດຂອງພະຍາດນີ້ ເຫັນໄດ້ວ່າ ບໍ່ແມ່ນພຽງແຕ່ຄວາມຮັບຜິດຊອບທາງດ້ານວິຊາການ ແຕ່ຄວາມເປັນເຈົ້າການຂອງທຸກພາກສ່ວນອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງໃຫ້ຄວາມສຳຄັນເພື່ອຕິດຕາມ, ກວດກາ ແລະ ປະສານງານຢ່າງໃກ້ຊິດ ແລະ ທັນການ ແນໃສ່ເປັນການປຸກລະດົມລູກ ຫລານ, ພໍ່ແມ່ປະຊາຊົນ ໄດ້ປະກອບສ່ວນສັກຢາວັກຊິນປ້ອງກັນພະຍາດໂຄວິດ-19ໃນວັນສັກຢາແຫ່ງຊາດໃຫ້ເປັນຂະບວນຟົດຟື້ນ.

ຫລັງຈາກນັ້ນພະນັກງານວິຊາການແພດໝໍກໍ່ໄດ້ລົງມືສັກຢາຕາມແຜນການຢ່າງເປັນຂະບວນຟົດຟື້ນໃນນີ້ໄດ້ສັກຢາວັກຊິນກັນພະຍາດໂຄວິດ-19 ( ຊີໂນຟາມເຂັມທີ່1) ໃຫ້ນັກຮຽນປະຖົມແຕ່ຫ້ອງ ປໍ5 ຫາ ປໍ1 ແລະ ເດັກນ້ອຍອານຸບານຜູ້ທີ່ມີອາຍຸ 6 ປີ ຂຶ້ນໄປຕາມລຳດັບ.

ຈຸດປະສົງການລົງສັກຢາວັກຊິນໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການບໍລິການວັກຊິນປ້ອງກັນພະຍາດໂຄວິດ-19 ເພື່ອສຸຂະພາບແມ່ ແລະ ເດັກ ໃຫ້ບັນລຸຢ່າງໜ້ອຍ 80% ຂຶ້ນໄປ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here